(vovworld) – ວັນທີ 25/09, ໂຄສົກອົງການຄຸມຄອງໄພພິບັດທຳມະຊາດຂອງອິນໂດເນເຊຍ Sutopo Purwo Nugroho, ໃຫ້ຮູ້ວ່າ, ເຫດແຜນດິນໄຫວເກີດຂຶ້ນໃນຕອນຄໍ່າວັນທີ 24/09, ຢູ່ Papua, ເຂດທິດຕາເວັນອອກສຸດຂອງປະເທດນີ້, ໄດ້ເຮັດໃຫ້ຢ່າງໜ້ອຍສຸດ 62 ຄົນຮັບບາດເຈັບ ແລະ ເຮືອນຊານ 200 ຫຼັງຖືກທຳລາຍ, ໃນຈຳນນວນຜູ້ຮັບບາດເຈັບ, ມີ 17 ຄົນພວມຢູ່ໃນອາການອັນຕະລາຍ ແລະ ຈຳນວນຜູ້ຖືກເຄາະຮ້າຍ ແລະ ລະດັບເສຍຫາຍອາດຈະເພີ່ມຂຶ້ນ.
ເຫດແຜນດິນໄຫວມີຄວາມແຮງ 6,8 ອົງສາຣິກເຕີ, ແກ່ຍາວເປັນເວລາ 2 ນາທີ ໄດ້ໃຫ້ເຮັດໃຫ້ທິດຕາເວັນຕົກ Papua ສັນສະເທື່ອນ. ແຕ່ວ່າ, ເຈົ້າໜ້າທີ່ທ່ານໜຶ່ງສັງກັດອົງການອຸຕຸນິຍົມ ແລະ ພູມສາດພິຊິກສາດອິນໂດເນເຊຍ ໃຫ້ຮູ້ວ່າ, ໄພຄື້ນຟອງຍັກອາດຈະບໍ່ເກີດຂຶ້ນ.