75 ປີ​ແຫ່ງວັນ​ສ້າງ​ຕັ້ງ: VOV ຈະ​ພັດ​ທະ​ນາ​ດ້ວຍວິ​ໄສ​ທັດ ແລະ ຄວາມ​ມຸ​່ງ​ມາດ​ປາດ​ຖະ​ໜາ​ໃໝ່

(VOVWORLD) -ຜ່ານໄລຍະ 75 ປີທີ່ຜ່ານມາ, ມາຮອດປັດຈຸບັນ, ວິທະຍຸກະຈາຍສຽງຫວຽດນາມ (VOV) ໄດ້ກາຍເປັນອົງການສື່ມວນຊົນແຫ່ງຊາດອັນໜຶ່ງດຽວທີ່ພັດທະນາຮູບແບບການສື່ສານຫຼາຍປະເພດຄື: ວິທະຍຸ, ໂທລະພາບ, ສື່ເອເລັກໂຕນິກ, ໜັງສືພິມ. ປັດຈຸບັນ, VOV ແມ່ນໜຶ່ງໃນບັນດາອົງການສື່ມວນຊົນແຖວໜ້າຢູ່ຫວຽດນາມ.
75 ປີ​ແຫ່ງວັນ​ສ້າງ​ຕັ້ງ: VOV ຈະ​ພັດ​ທະ​ນາ​ດ້ວຍວິ​ໄສ​ທັດ ແລະ ຄວາມ​ມຸ​່ງ​ມາດ​ປາດ​ຖະ​ໜາ​ໃໝ່ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ມາອວຍພອນວິທະຍຸກະຈາຍສຽງຫວຽດນາມ

        ຫ່າງຈາກນີ້ 75 ປີ (ຄືວັນທີ 7 ກັນຍາ 1945 – 7 ກັນຍາ 2020), ວິທະຍຸກະຈາຍສຽງຫວຽດນາມ ໄດ້ອອກອາກາດລາຍການກະຈາຍສຽງທຳອິດໂດຍພາສາ ຫວຽດນາມ, ອັງກິດ ແລະ ຝລັ່ງຢ່າງເປັນທາງການ, ເຊິ່ງຢັ້ງຢືນບົດບາດເປັນອົງການກະບອກສຽງສຳຄັນຂອງປະເທດຊາດ. ສຽງເວົ້າຫວຽດນາມໄດ້ສ້າງກຳລັງແຮງກຸ່ມກ້ອນມະຫາສາມັກຄີ ເພື່ອໃຫ້ຫວຽດນາມຍາດເອົາໄຊຊະນະໃນບັນດາບັ້ນສົງຄາມ ເພື່ອຍາດເອົາເອກະລາດ, ທ້ອນໂຮມປະເທດຊາດເປັນເອກະລາດ, ຍາດໄດ້ໄຊຊະນະໃນວິວັດການສ້າງສາ ແລະ ປົກປັກຮັກສາປະເທດຊາດ.

        ຜ່ານໄລຍະ 75 ປີທີ່ຜ່ານມາ, ມາຮອດປັດຈຸບັນ, ວິທະຍຸກະຈາຍສຽງຫວຽດນາມ (VOV) ໄດ້ກາຍເປັນອົງການສື່ມວນຊົນແຫ່ງຊາດອັນໜຶ່ງດຽວທີ່ພັດທະນາຮູບແບບການສື່ສານຫຼາຍປະເພດຄື: ວິທະຍຸ, ໂທລະພາບ, ສື່ເອເລັກໂຕນິກ, ໜັງສືພິມ. ປັດຈຸບັນ, VOV ແມ່ນໜຶ່ງໃນບັນດາອົງການສື່ມວນຊົນແຖວໜ້າຢູ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ