7,5 ລ້ານຄົນເຂົ້າຮ່ວມ ການປະກອບຄຳເຫັນໃສ່ຮ່າງປະມວນກົດໝາຍແພ່ງ (ສະບັບປັບປຸງ)
(ທ່ານ ຟານຈຸງລິ໋, ຫົວໜ້າກຳມາທິການຍຸຕິທຳຂອງສະພາແຫ່ງຊາດ)
(vovworld) – ໄລ່ມາຮອດປະຈຸບັນ, ມີ 96 ບົດລາຍງານລວບລວມຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນທີ່ສົ່ງເຖິງຄະນະຮຽບຮຽງ, ມີປະມານ 7,5 ລ້ານຄົນໄດ້ປະກອບຄຳເຫັນໃສ່ຮ່າງປະມວນກົດໝາຍແພ່ງ (ສະບັບປັບປຸງ). ເປົ້າໝາຍປະກອບຄຳເຫັນໄດ້ຮັບການເປີດກວ້າງ ຈາກຂັ້ນສູນກາງລົງຮອດທ້ອງຖິ່ນ, ບັນດາອົງການສັງຄົມວິຊາຊີບ, ນັກຊ່ຽວຊານ. ຕອນເຊົ້າວັນທີ 07/05, ຢູ່ດ່ານັ້ງ, ຄະນະກຳມາທິການກົດໝາຍຂອງສະພາແຫ່ງຊາດ ໄດ້ຈັດວາລະປະຊຸມຄົບຄະນະ, ກວດກາຮ່າງປະມວນກົດໝາຍແພ່ງ (ສະບັບປັບປຸງ) ແລະ ກວດກາບັນດາຮ່າງກົດໝາຍຂອງລັດຖະບານ ກ່ຽວກັບການປັບປຸງເຂດບໍລິຫານສຳລັບ 6 ຫົວໜ່ວຍບໍລິຫານຂັ້ນເມືອງ. ທ່ານ ຟານຈຸງລິ໋, ຫົວໜ້າກຳມາທິການຍຸຕິທຳຂອງສະພາແຫ່ງຊາດ ເນັ້ນໜັກວ່າ, ຮ່າງປະມວນກົດໝາຍແພ່ງ (ສະບັບປັບປຸງ) ແມ່ນປະມວນກົດໝາຍສຳຄັນພິເສດ, ສົ່ງຜົນສະທ້ອນເຖິງທຸກດ້ານຂອງຊີວິດສັງຄົມ, ໄດ້ຮັບເອົາຄຳເຫັນໃນທົ່ວປວງຊົນຢ່າງກວ້າງຂວາງ, ຈະໄດ້ຮັບການປັບປຸງ ແລະ ຍື່ນສະເໜີຕໍ່ສະພາແຫ່ງຊາດ.