78ຫົວເລື່ອງ,ເຕັກນິກດີເດັ່ນໄດ້ຮັບການເຊີດຊູໃນງານປະກວດຂອງຂະແໜງສາທາລະນະສຸກຮ່າໂນ້ຍ

78ຫົວເລື່ອງ,ເຕັກນິກດີເດັ່ນໄດ້ຮັບການເຊີດຊູໃນງານປະກວດຂອງຂະແໜງສາທາລະນະສຸກຮ່າໂນ້ຍ - ảnh 1
ບັນ​ດາ​ໝູ່​ຄະ​ນະ​ໄດ້​ຮັບ​ໃບ​ຍ້ອງຍ​ໍ​ໃນ​ຄັ້ງ​ນີ້

(vovworld) – 78 ຫົວ​ເລື່ອງ, ເຕັກ​ນິກ​ດີ​ເດັ່ນ​ທີ່​ສຸດ​ໄດ້​ຮັບ​ການ​ເຊີດ​ຊູ ແລະ ມອບ​ລາງວັນ​ທີ່​ພິ​ທີ​ສະ​ຫລຸບ, ຍ້ອງ​ຍໍ​ຊົມ​ເຊີຍ ແລະ ມອບ​ລາງວັນ​ໃນ​ການ​​ປະ​ກວດ ເຕັກ​ນິກ​ທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​​ຂອງຂະ​ແໜງ​ສາ​ທາ​ລະ​ນະ​ສຸກ​ ຮ່າ​ໂນ້ຍ ຄັ້ງ​ທີ 26 ໂດຍ​ຄະ​ນະ​ຊາວ​ໜຸ່ມ ຮ່າ​ໂນ້ຍ, ສະ​ຖາ​ບັນ​​ເລືອດ​ສາດ ແລະ ສົ່ງ​ເລືອ​ດ​ສູນ​ກາງ ສົມ​ທົບ​ກັນ​ຈັດ​ຕັ້ງ ດຳ​ເນີນ​ໄປ​ໃນ​ຕອນ​ຄ່ຳ​ວັນ​ທີ 22/3, ຢູ່​ຮ່າ​ໂນ້ຍ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ແທ​ດ​ຈິງ​ເພື່ອ​ມຸ່ງ​ໄປ​ເຖິງ​ການ​ສະ​ເຫຼີມ​ສະຫຼອງ 84 ປີ​ແຫ່ງວັນ​ສ້າງ​ຕັ້ງ​​ຄະ​ນະ​ຊາວ​ໜຸ່ມ​ກອມມ​ູ​ນິດ ໂຮ່​ຈີ​ມິນ (26/3/1931 – 26/3/2015). ງານ​ປະ​ກວດ​ດ້ານ​ເຕັກ​ນິກ​ມີ​ຫົວ​ຄິດ​ປະ​ດິ​ດ​ສ້າງ​ໄວ​ໜຸ່ມ​ຂະ​ແໜງ​ສາ​ທາ​ລະ​ນະ​ສ​ຸກ ຮ່າ​ໂນ້ຍ ຄັ້ງ​ທີ 26 ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ໝ​ໍ​ໜຸ່ມ 1000 ຄົນ ດ້ວຍ 170 ຫົວ​ເລື່ອງ, ເຕັກ​ນິກ​ທີ່​ມາ​ຈາກ 48 ຮາກ​ຖານ​ການ​ແພດກອ​ງ​ທັບ, ປະ​ຊາ​ຊົນ​ໃນ​ບໍ​ລິ​ເວນ​ເຂດ. ຜ່ານ​ການ​​ປະ​ກວດຂັ້ນ​ຮາກ​ຖານຫຼາຍ​ຮອບ ແລະ ປະ​ຕິ​ບັດ​ສຳ​ເລັດ​ບັນ​ດາ​ເນື້ອ​ໃນ​ທີ່​ງານ​ປະ​ກວດ​ຂັ້ນ​ນະ​ຄອນ, 6 ໝູ່​ຄະ​ນະ ແລະ 78 ກຸ່ມ​ເຕັກ​ນີກ​ຍາດ​ໄດ້​ລາງວັນ​ທີ 1, ທີ 2 ແລະ ທີ 3 ຂອງ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ.

 


ຂ່າວ/ບົດ​ອື່ນ