8 ​ແຂວງ​ທາງ​ທິດຕາ​ເວັນ​ຕົກສ່ຽງ​ເໜືອຫວຽດນາມ ​ເປີ​ດກວ້າງ​ການ​ຮ່ວມ​ມື​ກະ​ຕຸ້ນ​ຄວາມ​ຕ້ອງການ​ໄປ​​ທ່ຽວພາຍຫຼັງ ​ໂຄ​ວິດ - 19

(VOVWORLD) -   ພິທີປຸກລະດົມລາຍການກະຕຸ້ນການຄວາມຕ້ອງການໄປທ່ຽວ ເຂດຕາເວັນຕົກສ່ຽງເໜືອ ຫວຽດນາມຖືກດໍາເນີນໃນວັນທີ 12 ມິຖຸນາ ຢູ່ນະຄອນຫຼວງຮ່າໂນ້ຍ. 
8 ​ແຂວງ​ທາງ​ທິດຕາ​ເວັນ​ຕົກສ່ຽງ​ເໜືອຫວຽດນາມ ​ເປີ​ດກວ້າງ​ການ​ຮ່ວມ​ມື​ກະ​ຕຸ້ນ​ຄວາມ​ຕ້ອງການ​ໄປ​​ທ່ຽວພາຍຫຼັງ ​ໂຄ​ວິດ - 19 - ảnh 1ພິທີປຸກລະດົມລາຍການກະຕຸ້ນການຄວາມຕ້ອງການໄປທ່ຽວ ເຂດຕາເວັນຕົກສ່ຽງເໜືອ ຫວຽດນາມ  (ພາບ: hanoimoi.com.vn)

ພິທີປຸກລະດົມລາຍການກະຕຸ້ນການຄວາມຕ້ອງການໄປທ່ຽວ ເຂດຕາເວັນຕົກສ່ຽງເໜືອ ຫວຽດນາມ ໂດຍສະຫະສະມາຄົມການທ່ອງທ່ຽວຫວຽດນາມ ສົມທົບກັບ 8 ແຂວງຢູ່ເຂດຕາເວັນຕົກສ່ຽງເໜືອຫວຽດນາມ ເປີດກວ້າງ ເຊິ່ງລວມມີ  ຮວ່າບິ່ງ, ເຊີນລາ, ດ້ຽນບຽນ, ລາຍເຈົາ, ລ່າວກາຍ, ຝູເທາະ, ອຽນບ໊າຍ ແລະ ຮ່າຢາງ ຖືກດໍາເນີນໃນວັນທີ 12 ມິຖຸນາ ຢູ່ນະຄອນຫຼວງຮ່າໂນ້ຍ ເພື່ອແນໃສ່ປະກອບສ່ວນເຂົ້າໃນການຊຸກຍູ້ການຂຸດຄົ້ນທ່າແຮງບົ່ມຊ້ອນອັນໃຫຍ່ຫຼວງກ່ຽວກັບດ້ານທ່ອງທ່ຽວຂອງເຂດຕາເວັນຕົກສ່ຽງເໜືອ, ປົວແປງຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນຊົນເຜົ່າໃນບໍລິເວນ ເທື່ອລະກ້າວ. ທ່ານນາງ ຫງວຽນທິແທງເຮືອງ - ຮອງຫົວໜ້າກົມໃຫຍ່ ທ່ອງທ່ຽວຫວຽດນາມ ຊີ້ແຈ້ງວ່າ:

        “ເພື່ອຮ່ວມສໍາພັນລະຫວ່າງທ້ອງຖິ່ນຕ່າງໆມີປະສິດທິຜົນກວ່າ ແລະ ເຂົ້າສູ່ລວງເລິກ, ນອກຈາກການເຊື່ອມຕໍ່ລະຫວ່າງບັນດາອົງການຄຸ້ມຄອງລັດແລ້ວ, ຍັງສະເໜີໃຫ້ບັນດາສະຫະສະມາຄົມການທ່ອງທ່ຽວ ເສີມຂະຫຍາຍບົດບາດເປັນຂົວຕໍ່ລະຫວ່າງບັນດາວິສາຫະກິດທ່ອງທ່ຽວຢູ່ຕະຫຼາດ ຮ່າໂນ້ຍ, ຫ໋າຍຟ່ອງ, ກວ໋າງນິງ, ດ່າໜັງ, ນະຄອນໂຮ່ຈີມິນ, ກັບບັນດາວິສາຫະກິດ ແລະ ບັນດາອົງການ, ສ່ວນບຸກຄົນທີ່ສະໜອງການບໍລິການຢູ່ກັບທີ່່ ແລະ ບັນດາແຂວງເຂດຕາເວັນຕົກສ່ຽງເໜືອເປີດກວ້າງກວ່າອີກ, ສ້າງອອກບັນດາຜະລິດຕະພັນທີ່ມີຄຸນນະພາບສູງ, ດ້ວຍລາຄາທີ່ເໝາະສົມ, ມີຄວາມດູດດື່ມ ແລະ ມີຈຸດເປັນເອກະລັກສະເພາະຂອງການທ່ອງທ່ຽວເຂດ”.

ຕອບກັບ

ຂ່າວ/ບົດ​ອື່ນ