9 ເດືອນຜ່ານມາ, ທົ່ວປະເທດດຶງດູດທຶນ FDI ໄດ້ກວ່າ 11 ລ້ານ USD

9 ເດືອນຜ່ານມາ, ທົ່ວປະເທດດຶງດູດທຶນ FDI ໄດ້ກວ່າ 11 ລ້ານ USD - ảnh 1
(ພາບປະກອບ)

(vovworld) – ​​ຕາມ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ຫວຽດນາມ​ແລ້ວ, ​ແຕ່​ຕົ້ນ​ປີ 2014 ມາ​ຮອດ​ປະຈຸ​ບັນ, ​ເງິນ​ລົງທຶນ​​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ​ເຂົ້າ​ຫວຽດນາມ ບັນລຸ​ກວ່າ 11 ລ້ານ USD, ​ເທົ່າ​ກັບ 75% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2013. ການ​ປ່ອຍ​ທຶນ​ບັນລຸ 8,9 ຕື້ USD, ​ໄດ້​ເພີ່ມ​ຂຶ້ນ​​ເມື່ອທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2013. ຂະ​ແໜງ​ປຸງ​ແຕ່ງ, ຜະລິດ​ສືບ​ຕໍ່​ແມ່ນ​ຂົງ​ເຂດ​ດຶງ​ດູດຄວາມ​ເອົາ​ໃຈ​ໃສ່​ຂອງ​ນັກ​ລົງທຶນ​ຕ່າງປະ​ເທດໄດ້​ຫຼາຍ​ກວ່າ​ໝູ່, ກວນ​ເອົາ 98% ຈຳນວນ​​ເງິນ​ລົງທຶນ​ຈົດ​ທະບຽນ​ໃນ 9 ​ເດືອ​ນຜ່ານ​ມາ. ຕໍ່​ຈາ​ກນັ້ນ​ແມ່ນ​ຂະ​ແໜງ​ດຳ​ເນີນ​ທຸລະ​ກິດ​ອະ​ສັງ​ຫາ​ລິ​ມະ​ສັບ, ກໍ່ສ້າງ… ​ໃນ​ຈຳນວນ 53 ປະ​ເທດ ​ແລະ ​ເຂດ​ແຄວ້ນທີ່​ມີ​ໂຄງການ​ລົງທຶນ​ຢູ່​ຫວຽດນາມ, ສ.​ເກົາຫຼີ ຍັງ​ແມ່ນ​ນັກ​ລົງທຶນ​ໃຫຍ່​ກວ່າ​ໝູ່ ດ້ວຍ​ຍອດ​ຈຳ​ນວນ​ເງິນ​ລົງທຶນ, ຈົດ​ທະບຽນ​ໃໝ່ ​ແລະ ​ເພີ່ມ​​ເຕີ່​ມ​ບັນລຸ 3,55 ຕື້ USD, ຖັດຈາກ​ນັ້ນ​ແມ່ນ​ຮົ່ງກົງ (ຈີນ), ຍີ່ປຸ່ນ, ສິ່ງ​ກະ​ໂປ. ​ແຂວງ​ບັກ​ນິງ ສືບ​ຕໍ່​ນຳໜ້າ​ກ່ຽວ​ກັບ​ການ​ດຶງ​ດູດ​ເງິນ​ລົງທຶນ​ໂດ​ຍກົງ​ຈາກ​ຕ່າງ​ປະ​ເທດ​ໃນ​ຈຳນວນ 50 ​ແຂວງ​, ນະຄອນ​ໃນ​ທົ່ວ​ປະ​ເທດ, ຖັດຈາກ​ນັ້ນ​ແມ່ນ​ນະຄອນ​ໂຮ່ຈິ​ມິນ, ດົ່ງ​ນາຍ, ບິ່ງ​ເຢືອງ, ຮ່າ​ໂນ້ຍ ​ແລະ ຫາຍ​ຟ່ອງ.
ຂ່າວ/ບົດ​ອື່ນ