90 ສິ່ງພິມໄດ້ຮັບລາງວັນປື້ມຫວຽດນາມປີ2016

90 ສິ່ງພິມໄດ້ຮັບລາງວັນປື້ມຫວຽດນາມປີ2016 - ảnh 1
ບັນ​ດາ​ນັກ​ປະ​ພັນ​ວັນ​ນະ​ຄະ​ດ​ີ ໄດ້​ຮັບ​ລາງວັນ​ໃນ​ຄັ້ງ​ນີ້

(vovworld) – ຕອນ​ເຊົ້າ​ວັນ​ທີ 28/12, ຢູ່​ຮ່າ​ໂນ້ຍ, ສະ​ມາ​ຄົມ​ພິມ​ຈຳ​ໜ່າຍ ຫວຽດ​ນ​າມ ໄດ້​ຈັດ​ຕັ້ງພິ​ທີມອບ​ລາງວັນ​ປຶ້ມ ຫວຽດ​ນາມ ປີ 2016. ປື້ມມ່ວນ, ປື້ມງາມ 90 ຫົວໄດ້​ຮັບ​ລາງວັນ​​ຄຳ, ລາງວັນ​​​ເງິນ, ລາງວັນ​​​ທອງ ແລະ ລາງວັນ​ຊົມ​ເຊີຍ. ທ່ານ ຫງວຽນ​ເທ໋​ກີ,ປະ​ທານ​ສະ​ພາ​ທິດ​ສະ​ດີ​ວິ​ຈານ​ວັນ​ນະ​ຄະ​ດີ​​ສິ​ລະ​ປະສູນ​ກາງ, ຜູ້​ອຳ​ນວຍ​ການ​ໃຫຍ່ວິ​ທະ​ຍຸ​ກະ​ຈ​າຍ​ສຽງ ຫວຽດ​ນາມ ໄດ້​ເຂົົ້າ​ຮ່ວມພ​ິ​ທີ.

        ປີ 2016, ແມ່ນ​ປີ​ທີ 12 ສະ​ມາ​ຄົມ​ພິມ​ຈຳ​ໜ່າຍ ຫວຽດ​ນ​າມ ໄດ້​ຈັດ​ຕັ້ງ​​ພິ​ທີມອບ​ລາງວັນ​ປື້​ມ ຫວຽດ​ນາມ. ນີ້​ແມ່ນ​ເຫດ​ການ​ໄດ້​ປະ​ກອບ​ສ່ວນ​ເຊີດ​ຊູ​ບັນ​ດາ​ຜູ້​ປະ​ດິດ​ແຕ່ງ, ບັນ​ນາ​ທິ​ການ​​ປະ​ກອບ​ສ່ວນ​ເຂົ້າ​ຂະ​ແໜງ​ການພິມ​ຈຳ​ໜ່າຍ.

        ໃນ​ປີ 2016, ມີໂຮງ​ພິມ​ຈຳ​ໜ່າຍ 40 ແຫ່ງ​ໄດ້​ສົ່ງ​ປື້ມ​ເຂົ້າ​ຮ່ວມ​​ການ​ປະ​ກວ​ດ​ຊິງລາງວັນ​ປື້ມ ຫວຽດ​ນາມ ດ້ວຍຍອ​ດ​ຈຳ​ນວນ​ປື້ມ​ເກືອບ 500 ​ຫົວ​ຢູ່​ໃນ​ທຸກ​ຂົງ​ເຂດຄື: ປື້ມ​ສຳ​ລັບ​ເດັກ​ນ້ອຍ, ປື້ມ​ວັນ​ນະ​ຄະ​ດ​ີ, ປື້ມ​ວັດ​ທະ​ນະ​ທຳ​​ສິ​ລະ​ປະ, ປື້ມ​ວິ​ທະ​ຍາ​ສາດ​ສັງ​ຄົມ ແລະ ມະ​ນຸດ​ສາດ…


ຂ່າວ/ບົດ​ອື່ນ