98,1% ພົນລະເມືອງອີຢີບ ສະໜັບສະໜູນລັດຖະທຳມະນູນໃໝ່
(ພາບປະກອບ: AP)
(vovworld) - ພົນລະເມືອງອີຢີບກວມ 98,1% ໄດ້ສະໜັບສະໜູນລັດຖະທຳມະນູນສະບັບໃໝ່, ນັ້ນແມ່ນໝາກຜົນຂອງການນັບບັດຢ່າງເປັນທາງການ ໂດຍຄະນະກຳມະການສູນກາງອີຢີບ (SEC) ຫາກໍ່ປະກາດ. ກ່າວຄຳເຫັນທີ່ການປະຊຸມຂ່າວ, ຫົວໜ້າຄະນະກຳມະການເລືອກຕັ້ງສູນກາງອີຢີບ ທ່ານ Nabik Salib ໃຫ້ຮູ້ວ່າ: ຕາມໝາກຜົນແຫ່ງການນັບບັດແລ້ວ, ຜູ້ມີສິດເລືອກຕັ້ງກວ່າ 19 ລ້ານຄົນໄດ້ສະໜັບສະໜູນລັດຖະທຳມະນູນສະບັບໃໝ່, ມີພຽງ 381.000 ຄົນບໍ່ຫັນດີເທົ່ານັ້ນ. ຍອດຈຳນວນຜູ້ມີສິດເລືອກຕັ້ງໄປປ່ອນບັດສະໜັບສະໜູນບັນລຸ 98,1% ແລະ ຈຳນວນຜູ້ຄັດຄ້ານແມ່ນ 1,9%. ນີ້ໄດ້ຮັບຖືວ່າແມ່ນຕົວເລກສະຖິຕິທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດຂອງອີຢີບ” ເລື່ອງລັດຖະທຳມະນູນສະບັບໃໝ່ໄດ້ຮັບການຮັບຮອງເອົາ ຈະເປີດຊ່ອງທາງໃຫ້ແກ່ການເລືອກຕັ້ງປະທານາທິບໍດີ ແລະ ເລືອກຕັ້ງສະພາແຫ່ງຊາດອີຢີບ, ຄາດວ່າ ຈະດຳເນີນໃນ 6 ເດືອນຕໍ່ໜ້າ ເພື່ອແນໃສ່ສຳເລັດວິວັດການມອບໂອນອຳນາດການປົກຄອງຢູ່ປະເທດນີ້, ພາຍຫຼັງສະພາບເສິກກາງເມືອງໂຄ່ນລົ້ມລັດຖະບານຂອງທ່ານປະທານາທິບໍດີ Mohamed Morsi.