ADB ຊ່ວຍເຫຼືອບັນດາ ໂຄງການນ້ຳສະອາດ ໃຫ້ແກ່ຫວຽດນາມ

ADB ຊ່ວຍເຫຼືອບັນດາ ໂຄງການນ້ຳສະອາດ ໃຫ້ແກ່ຫວຽດນາມ - ảnh 1

​ໂຄງການ​ນີ້​ຄາດ​ວ່າ​ຈະ​ສາມາດ​ສະໜອງ​ນ້ຳ​ສະອາດ​ໃຫ້​ແກ່​ຊາວ​ຫວຽດນາມ 3 ລ້ານ​ຄົນ (ພາບ : Internet)

Vovworld- ວັນ​ທີ 18/12, ທະນາຄານ​ພັດທະນາ​ອາຊີ (ADB) ຫາ​ກໍ​ຮັບຮອງ​ເອົາ​ບ້ວງ​ເງິນ​ກູ້​ລວມມຸນ​ຄ່າ 212 ລ້ານ USD ​ເພື່ອ​ສືບ​ຕໍ່​ປະຕິບັດ​ໂຄງການ​ປົວແປງການ​ສະໜອງ​ນ້ຳ​ສະອາດ​ໃຫ້​ແກ່ 6 ​ແຂວງ ​ແລະ ນະຄອນ​ຂອງ​ຫວຽດນາມ​ລວມມີ : ບີ​ງ​ເຢືອງ, ດັກ​ລັກ, ​ເທື່ອ​ທຽນ​ເຫວ, ກວາງ​ຈິ, ນະຄອນ ດາ​ນັ້ງ, ຫາຍ​ຟ່ອງ. ​ແຫຼ່ງທຶນ​ດັ່ງກ່າວ​ແມ່ນ​ນອນ​ໃນ​ບ້ວງ​ເງິນ​ກູ້​ຢືມ​ທີ່ 2 ຂອງ​ແຜນ​ກູ້​ຢືມ​ລວມມູນ​ຄ່າ 1 ຕື້ USD ຊຶ່ງ​ໄດ້​ຮັບ​ການ​ເຊັນ​ອະນຸມັດ​ໃນ​ປີ 2011 ​ເພື່ອ​ໜູນ​ຊ່ວຍ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງກ່ຽວ​ກັບ​ການ​ສະໜອງ​ນ້ຳ​ສະອາດ​ໃຫ້​ແກ່​ກ່ວາ 5 ​ແສນ​ຄອບຄົວ​ທີ່​ທຸກ​ຍາກ ຊຶ່ງ​ເປັນ​ຄັ້ງ​ທຳ​ອິດ​ໄດ້​ຊົມ​ໃຊ້​ລະບົບ​ນ້ຳ​ສະອາດ.

     ທະນາຄານ​ພັດທະນາ​ອາຊີ (ADB) ຍັງ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ສືບ​ຕໍ່​ສະໜອງ​ບັນດາ​ບ້ວງ​ເງິນ​ກູ້​ໃຫ້​ແກ່​ຫວຽດນາມ​ເພື່ອ​ປະຕິບັດ​ບັນດາ​ໂຄງການ​ສະໜອງ​ນ້ຳ​ສະ​ອາດ​ໃຫ້​ແກ່​ຄົນ​ທຸກ​ຍາກ, ຕາມ​ການ​ຕີ​ລາຄາ​ແລ້ວ, ດ້ວຍ​ບັນດາ​ໂຄງການ​ຊ່ວຍ​ເຫຼືອ​ຂອງທະນາຄານ​ພັດທະນາ​ອາຊີ (ADB), ຈະ​ມີ​ຊາວ​ຫວຽດນາມ​ຕື່ມ​ອີກ​ປະມານ 15 ລ້ານຄົນ​ໄດ້​ຊົ​ມ​ໃຊ້​ນ້ຳ​ສະອາດ​ໃນ​ຮອບ​ເວລາ 10 ປີ​ຂ້າງ​ໜ້າ .

     

ຂ່າວ/ບົດ​ອື່ນ