ADB ສະໜອງທຶນໃຫ້ໂຄງການກໍ່ສ້າງເສັ້ນທາງເຊື່ອມຕໍ່ຢາງກຸງກັບດ່ານັງ

ADB ສະໜອງທຶນໃຫ້ໂຄງການກໍ່ສ້າງເສັ້ນທາງເຊື່ອມຕໍ່ຢາງກຸງກັບດ່ານັງ - ảnh 1
(ພາບປະກອບ: TTXVN)

(vovworld) – ​ທະນາຄານ​ພັດທະນາ​ອາຊີ (ADB) ຫາ​ກໍ່​ຮັບຮອງ​ເອົາ​ບ້ວງ​ເງິນ​ກູ້​ຢືມ 100 ລ້ານ USD ​ເພື່ອ​ບູລະນະ​ສ້ອມ​ແປງ​ເສັ້ນທາງ​ທີ່​ເຊື່ອມ​ຕໍ່​ລະຫວ່າງ Eindu ​ແລະ Kawkareik ຢູ່​ລັດ Kayin ຂອງ​ມຽນມາ ທີ່​ມີ​ຄວາມ​ຍາວ 66,4 ກິ​ໂລ​ແມັດ, ​ເຊິ່ງ​ແມ່ນ​ເສັ້ນທາງ​ທີ່​ຍັງ​ເຫຼືອ​ຈາກ​ໂຄງການ​ແລວ​ຕາ​ເວັນ​ອອກ-ຕາ​ເວັນ​ຕົກ ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ(GMS). ການ​ສຳ​ເລັດທຸກ​ເສັ້ນທາງ​ຂອງ ແລວ​ຕາ​ເວັນ​ອອກ-ຕາ​ເວັນ​ຕົກ ຈະ​ຊ່ວຍ​ເຊື່ອມ​ຕໍ່​ລະຫວ່າງນະຄອນ​ດ່າ​ນັງຂອງ​ຫວຽດນາມ ກັບ ສອງ​ສູນ​ກາງເສດຖະກິດ Mawlamyine ​ແລະ Yangon ຂອງ​ມຽນມາ.

        ADB ​ໄດ້ສະໜອງ​ທຶນ​​ໃຫ້​ໂຄງການ ຈະ​ບູລະນະ​ສ້ອມ​ແປງ​ ​ເສັ້ນທາງສອງ​​ເລນທີ່​ທັນ​ສະ​ໄໝ ດ້ວຍ​ມາດຖານ​ຂອງ​ລະບົບ​ເສັ້ນທາງ​ແລວ​ຕາ​ເວັນ​ອອກ-ຕາ​ເວັນ​ຕົກ ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ. ​ໂຄງການ​ຈະ​ໄດ້​ຮັບ​ການ​ປະຕິບັດ​​ເປັນ​ເວລາ ​ 3 ປີກ​ວ່າ ​ແລະ ຄາດ​ວ່າ ຈະ​ສຳ​ເລັດ​ໃນ ​ເດືອນ 9/2019.

ຂ່າວ/ບົດ​ອື່ນ