AfCFTA ແມ່ນບາດກ້າວເດີນເພື່ອສັນຕິພາບ ແລະ ວັດທະນາຖາວອນຢູ່ ອາຟຣິກາ
(VOVWORLD) - ກອງປະຊຸມສຸດຍອດສະຫະພັນ ອາຟຣິກາ (AU) ໄດ້ດຳເນີນໃນວັນທີ 07 ກໍລະກົດ ຢ່າງເປັນທາງການ ຢູ່ນະຄອນຫລວງ Niamey, ປະເທດ ນີເຈີ, ດ້ວຍການເຂົ້າຮ່ວມຂອງຜູ້ແທນ ແລະ ແຂກຖືກເຊີນປະມານ 4.500 ຄົນ.
ທ່ານປະທານາທິບໍດີ ນີເຊເຣຍ Muhammadu Buhari ເຊັນ AfCFTA ຢູ່ Niamey, ນີເຈີ. (ພາບອິນເຕີແນັດ) |
ນະທີ່ນີ້, ບັນດາປະເທດ AU ໄດ້ເປີດຕົວສະເໜີເຂດການຄ້າເສລີ ອາຟຣິກາ (AfCFTA) ຢ່າງເປັນທາງການ ແລະ ຖືນີ້ແມ່ນບາດກ້າວເພື່ອ “ສັນຕິພາບ ແລະ ວັດທະນາຖາວອນຢູ່ ອາຟຣິິກາ”, ຫັນຂົງເຂດນີ້ກາຍເປັນ “ເຂດການຄ້າໃຫຍ່ສຸດໂລກ”.
ທີ່ວາລະໄຂ, ທ່ານປະທານາທິບໍດີ ນີເຈີ Mahamadou Issoufou ໄດ້ຢືນຢັນວ່າ: ເລື່ອງ AfCFTA ມີຜົນສັກສິດ ແມ່ນເຫດການສຳຄັນທີ່ສຸດສຳລັບ ອາຟຣິກາ ນັບແຕ່ເມື່ອສ້າງຕັ້ງອົງການເອກະພາບ ອາຟຣິກາ (OAU) ໃນປີ 1963 ແລະ ຫລັງຈາກນັ້ນ ກາຍເປັນສະຫະພັນ ອາຟຣີກາ ຄືໃນວັນນີ້.
AU ຄາດຄະເນວ່າ AfCFTA ຈະເພີ່ມທະວີການຄ້າພາຍໃນກຸ່ມ ອາຟຣິກາ ຂຶ້ນເກືອບ 60% ໃນປີ 2022 ແລະ ຊຸກຍູ້ການພັດທະນາຂອງບັນດາພື້ນຖານເສດຖະກິດ ອາຟຣິກາ ທັງໝົດ.