AFF Suzuki Cup 2018: ຊະນະ ຟີລິບປິນ 2 ປະຕູຕໍ່ 1, ຫວຽດນາມ ມີສິດເຂົ້າສູ່ຮອບຊິງຊະນະເລີດ

(VOVWORLD) -ຫວຽດນາມ ສະແດງການເຕະບານທີ່ເກັ່ງກ້າສາມາດທີ່ສຸດ,  ພິເສດແມ່ນໃນການບຸກຄືນ

ໄຊຊະນະ ທີມຊາດບານເຕະຟິລີບປິນ 2 ປະຕູຕໍ່ 1 ທີ່ການແຂ່ງຂັນຮອບຮອງຊະນະເລີດ ນັດທໍາອິດ ຂອງກິລາບານເຕະແຊມປ້ຽນ ອາຊີຕາເວັນອອກສ່ຽງໃຕ້ 2018 - AFF Suzuki Cup 2018, ຊ່ວຍໃຫ້ທິມບານເຕະ ຫວຽດນາມ ມີທ່າໄດ້ປຽບໃນການແຂ່ງຂັນຮອບຮອງຊະນະເລີດນັດທີສອງ. ການແຂ່ງຂັນໄດ້ດຳເນີນໃນຕອນຄ່ຳວັນທີ 2 ທັນວາ ທີ່ສະໜາມກິລາ Panaad ນະຄອນ Bacolod ປະເທດ ຟິລິບປິນ. 2 ປະຕູແຫ່ງໄຊຊະນະຂອງທີມບານເຕະ ຫວຽດນາມ ຍິງໂດຍກອງໜ້າ ຫງວຽນແອັງດຶກ ແລະ ຟານວັນດຶກ. ເຊິ່ງກອງໜ້າ ຟານວັນດຶກ ໄດ້ຮັບນາມມະຍົດ “ນັກເຕະດີທີ່ສຸດໃນການແຂ່ງຂັນ”. ໃນວັນທີ 6 ທັນວາ, ທັງສອງທີມຈະພົບກັນອີກເທື່ອໜຶ່ງໃນການແຂ່ງຂັນຮອບຮອງຊະນະເລີດນັດທີສອງ ທີ່ສະໜາມກິລາແຫ່ງຊາດ ໝີດິ່ງ, ຮ່າໂນ້ຍ.

ສື່ມວນຊົນ ອາຊີ ໄດ້ສະແດງຄວາມນິຍົມຊົມເຊີຍ ຕໍ່ກຳລັງແຮງທີ່ທີມບານເຕະ ຫວຽດນາມ ໄດ້ສະແດງອອກ ເຖິງວ່າຄູ່ແຂ່ງຈະມີຄູຝຶກຊ້ອມຊື່ດັງ ແລະ ໄດ້ປຽບສະໜາມແຂ່ງຂັນໃນປະເທດຂອງຕົນ ລວມທັງສຸຂະພາບຮ່າງກາຍອີກດ້ວຍ. ໂດຍ FOX Sport Asia ພາດຫົວຂໍ້ “ທີມບານເຕະ ຫວຽດນາມ ໄດ້ກ້າວຂາໜຶ່ງເຂົ້າຮອບຊິງຊະນະເລີດແລ້ວ”.  FOX Sport Asia ຂຽນວ່າ: ຫວຽດນາມ ສະແດງການເຕະບານທີ່ເກັ່ງກ້າສາມາດທີ່ສຸດ,  ພິເສດແມ່ນໃນການບຸກຄືນ. ເຂົາເຈົ້າມີເປົ້າໝາຍ ແລະ ການຈັດຕັ້ງທີມທີ່ດີກວ່າຄູ່ແຂ່ງໃນການບຸກ ເຖິງວ່າຈະຄຸມບານໄດ້ໜ້ອຍກວ່າ ແຕ່ອາວຸດເດັດສຸດຂອງເຂົາເຈົ້າແມ່ນຄວາມໄວ.

ຕອບກັບ

ຂ່າວ/ບົດ​ອື່ນ