(vovworld) – ບັນດາການນຳສະຫະພັນ ອາຣັບ (AL) ພວມຄິດໄລ່ຊັ່ງຊາເລື່ອງຖອນຄືນຂໍ້ລິເລີ່ມສັນຕິພາບ ອາຣັບ ປີ 2002. ທີ່ກອງປະຊຸມຂັ້ນສູງ AL ຄັ້ງທີ 25 ທີ່ຖືກຈັດຂຶ້ນຢູ່ ຄູເວດ ໃນອາທິດໜ້າ, ບັນດາການນຳຈະຍົກອອກຄຳຕັດສິນຢ່າງເປັນທາງການກ່ຽວກັບບັນຫານີ້, ພ້ອມທັງຈະຄັດຄ້ານເລື່ອງຮັບຮອງ ອິດສະຣາແອນ ລັດຊາວຢິວ ຕາມຄຳຮຽກຮ້ອງຂອງ Tel Aviv. ທີ່ກອງປະຊຸມ, ບັນຫາ Palestine ຈະແມ່ນບັນຫາກວມລວມໂຄງການດຳເນີນງານຂອງກອງປະຊຸມ ດ້ວຍຈຸດສຸມແມ່ນການພິຈາລະນາຄືນຂໍ້ລິເລີ່ມສັນຕິພາບ ອາຣັບ, ຕີລາຄາວິວັດທະນາການເຈລະຈາກ່ຽວກັບ ຕາເວັນອອກກາງລະຫວ່າງ ປາແລດສະຕີນ ແລະ ອິດສະຣາແອນ, ປຶກສາຫາລືກົດລະບຽບໃຫ້ເຂດພູສູງ Golan ແລະ ບັນດາມາດຕະການໜູນຊ່ວຍຜູ້ຫລົບໄພ ປາແລດສະຕີນ ຢູ່ ລີບັງ.
ທີ່ກອງປະຊຸມຂັ້ນສູງ AL ປີ 2002 ຢູ່ ລີບັງ, ບັນດາການນຳໄດ້ຮັບຮອງເອົາຂໍ້ລິເລີ່ມສັນຕິພາບ ອາຣັບ ຮຽກຮ້ອງໃຫ້ສ້າງຕັ້ງລັດ ປາແລດສະຕີນ ໂດຍຄົງຕົວພ້ອມກັບລັດ ອິດສະຣາແອນ ໂດຍອີງໃສ່ເສັ້ນຊາຍແດນເມື່ອປີ 1967. ຂໍ້ລິເລີ່ມກໍ່ຮຽກຮ້ອງໃຫ້ຍົກອອກມາດຕະການຢ່າງແທດຈິງກ່ຽວກັບບັນຫາຜູ້ຫຼົບໄພ ປາແລດສະຕີນ ເພື່ອແລກເອົາການຫັນການພົວພັນລະຫວ່າງ ອິດສະຣາແອນ ແລະ ໂລກ ອາຣັບ ເປັນປົກກະຕິ. ເຖິງຢ່າງໃດກໍ່ຕາມ, ວົງການເຈົ້າໜ້າທີ່ ອິດສະຣາແອນ ຍາມໃດກໍ່ຄັດຄ້ານຂໍ້ລິເລີ່ມນີ້.