APECແມ່ນພາກພື້ນມີຄວາມໝາຍຍຸດທະສາດສຳຄັນສຳລັບຫວຽດນາມໃນປະຈຸບັນແລະອະນາຄົດ
(vovworld)- ນີ້ແມ່ນຄຳຢືນຢັນຂອງທ່ານນາງ ຫງວຽນຫງວຽດງາ, ຫົວຫນ້າກົມຮ່ວມມືເສດຖະກິດຫລາຍຝ່າຍ, ສັງກັດກະຊວງການຕ່າງປະເທດຫວຽດນາມ ເນື່ອງໃນໂອກາດສັບປະດາກອງປະຊຸມສຸດຍອດ ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟີກ(APEC) ຄັ້ງທີ 22 ດຳເນີນໄປຢູ່ນະຄອນຫລວງ ປັກກີງ ປະເທດຈີນ ແຕ່ວັນທີ 5-11/11. ຕາມທ່ານນາງ ຫງວຽນຫງວຽດງາ ແລ້ວ, ຜົນປະໂຫຍດ ຊື່ງ APEC ນຳມາໃຫ້ຫວຽດນາມ ແມ່ນລະອຽດທີ່ສຸດ ເມື່ອພາສີການຄ້າຫລຸດລົງ, ວົງເງິນສົ່ງອອກສິນຄ້າຂອງຫວຽດນາມ ໄປຍັງບັນດາຕະຫລາດໃນພາກພື້ນກວມເອົາກວ່າ 60%. ນີ້ແມ່ນພາກພື້ນລົງທຶນໃຫຍ່ສຸດເຂົ້າຫວຽດນາມ, ກວມເອົາປະມານ 65%. ແຫລ່ງຊ່ວຍເຫລືອພັດທະນາ (ODA) ທີ່ສຳຄັນສຳລັບຫວຽດນາມ ສ່ວນຫລາຍມາຈາກບັນດາປະເທດສະມາຊິກ APEC. ທ່ານນາງ ຫງວຽນຫງວຽດງາ ໃຫ້ຂໍ້ສັງເກດວ່າ: ໄລຍະຈະມາເຖິງ, ດ້ວຍຄວາມສາມາດບົ່ມຊ້ອນອັນໃຫຍ່ຫລວງ, ພາກພື້ນ ອາຊີ ປາຊີຟີກ ຍັງສືບຕໍ່ແມ່ນພາກພື້ນສຳຄັນທີ່ສຸດສຳລັບການພັດທະນາເສດຖະກິດຂອງຫວຽດນາມ.