ASEAN-OCED ຍູ້ແຮງການປະຕິຮູບລະບຽບການບໍລິຫານເພື່ອຮັບມືກັບໂລກລະບາດໂຄວິດ-19

(VOVWORLD) -ປະຈຸບັນ, ບັນດາອົງການບໍລິຫານພາກລັດຂອງຫວຽດນາມ ໄດ້ມີການຫັນປ່ຽນວຽກງານຊີ້ນຳ, ບໍລິຫານຢ່າງແຮງ ແລະ ສະໜອງການບໍລິການພາກລັດໄປສູ່ວິທີເອເລັກໂຕນິກ.
ASEAN-OCED ຍູ້ແຮງການປະຕິຮູບລະບຽບການບໍລິຫານເພື່ອຮັບມືກັບໂລກລະບາດໂຄວິດ-19 - ảnh 1(ກອງປະຊຸມທາງອອນລາຍ ເຄືອຂ່າຍປະຕິບັດຂໍ້ກຳນົດທີ່ດີ ASEAN-OCED ຄັ້ງທີ 6)

ຕອນບ່າຍວັນທີ 11 ສິງຫາ, ຢູ່ຮ່າໂນ້ຍ, ຫ້ອງວ່າການລັດຖະບານ ໄດ້ສົມທົບກັບອົງການຮ່ວມມື ແລະ ພັດທະນາເສດຖະກິດ (OCED) ແລະ ສະຖານກົງສູນໃຫຍ່ອັງກິດ ປະຈຳຫວຽດນາມ ຈັດກອງປະຊຸມທາງອອນລາຍ ເຄືອຂ່າຍປະຕິບັດຂໍ້ກຳນົດທີ່ດີ ASEAN-OCED ຄັ້ງທີ 6 ດ້ວຍຫົວຂໍ້ວ່າ “ຫຼຸດຜ່ອນຄວາມຫຍຸ້ງຍາກສ້າງຂໍ້ກຳນົດໃຫ້ເປັນຢ່າງດີກວ່າ”. ນີ້ແມ່ນການເຄື່ອນໄຫວນອນໃນຂອບເຂດປີຫວຽດນາມ ຮັບດຳລົງຕຳແໜ່ງປະທານອາຊຽນ 2020.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ມາຍຕ໊ຽນຢຸງ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ໄດ້ແບ່ງປັນບົດຮຽນກ່ຽວກັບການປະຕິຮູບຂໍ້ກຳນົດ ແລະ ລະບຽບການບໍລິຫານໃນເມື່ອກ່ອນ ແລະ ໃນວິວັດການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຢູ່ຫວຽດນາມ. ປະຈຸບັນ, ບັນດາອົງການບໍລິຫານພາກລັດຂອງຫວຽດນາມ ໄດ້ມີການຫັນປ່ຽນວຽກງານຊີ້ນຳ, ບໍລິຫານຢ່າງແຮງ ແລະ ສະໜອງການບໍລິການພາກລັດໄປສູ່ວິທີເອເລັກໂຕນິກ. ໃນໄລຍະຈະມາເຖິງນີ້, ລັດຖະບານ ຫວຽດນາມ ຈະສືບຕໍ່ປະຕິບັດລະບຽບການດ້ານພາສີເອກເລັກໂຕນິກໃຫ້ເໝາະສົມກັບມາດຕະຖານສາກົນ ແລະ ປະຕິຮູບການກວດກາວິຊາສະເພາະ. ທ່ານ ມາຍຕ໊ຽນຢຸງ, ໃຫ້ຮູ້ວ່າ.

        “ໂດຍຮັບຮູ້ຢ່າງເລິກເຊິ່ງວ່າ ໂລກໃນປະຈຸບັນພວມປະເຊີນໜ້າກັບບັນດາບັນຫາໂລກາພິວັດຫາກບໍ່ມີປະເທດໃດ, ເຖິງວ່າແມ່ນປະເທດມະຫາອຳນາດກໍ່ຕາມ ກໍ່ບໍ່ສາມາດແກ້ໄຂດ້ວຍຕົນເອງໄດ້. ດ້ວຍເລື່ອງຫວຽດນາມ ຮັບດຳລົງຕຳແໜ່ງປະທານອາຊຽນ, ປະທານ AIPA 2020 ແລະ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ, ພວກຂ້າພະເຈົ້າໃຫ້ຄຳໝັ້ນສັນຍາວ່າ ຈະຮ່ວມມືກັບບັນດາປະເທດ, ບັນດາອົງການຈັດຕັ້ງສາກົນ ແລະ ພາກພື້ນຢ່າງແໜ້ນແຟ້ນ ເພື່ອພ້ອມກັນແກ້ໄຂບັນດາສິ່ງທ້າທາຍລວມຄື ການສົມທົບກັນແກ້ໄຂສະພາບໂລກລະບາດໂຄວິດ-19.”

ຕອບກັບ

ຂ່າວ/ບົດ​ອື່ນ