Bamboo Airways ເປີດ​ຖ້ຽວ​ບິນ​ໂດຍ​ກົງ ຫວຽດ​ນາມ - ອົດ​ສະ​ຕາ​ລີ

(VOVWORLD) - ວັນທີ 19 ກຸມພາ ຜ່ານມາ, ຜູ້ໂດຍສານໃນຖ້ຽວບິນໂດຍກົງ ນະຄອນ ໂຮ່ຈີມິນ ໄປຍັງ Melbourne ໄດ້ຮັບດອກໄມ້ ແລະ ຂອງຂວັນທີ່ມີຄວາມໝາຍຈາກຜູ້ຕາງໜ້າສະໜາມບິນ Melbourne ແລະ ບໍລິສັດການບິນ Bamboo Airways ເຊິ່ງແທນໃຫ້ຄຳອວຍພອນ. 
Bamboo Airways ເປີດ​ຖ້ຽວ​ບິນ​ໂດຍ​ກົງ ຫວຽດ​ນາມ - ອົດ​ສະ​ຕາ​ລີ - ảnh 1ເຮືອບິນຂອງບໍລິສັດ  Bamboo Airways (ພາບ: Vietnam+)

ຖ້ຽວບິນໂດຍກົງຂອງ Bamboo Airways ເຊື່ອມຕໍ່ນະຄອນ ໂຮ່ຈີມິນ, ຫວຽດນາມ ກັບ Melbourne ຂອງ ອົດສະຕາລີ ໃນວັນທີ 19 ແລະ ວັນທີ 20 ກຸມພາ ຜ່ານມາ ໄດ້ສ້າງຂີດໝາຍໃໝ່ບົນເສັ້ນທາງເປີດກວ້າງຕາໜ່າງການບິນສາກົນຂອງຂະແໜງການບິນ ຫວຽດນາມ.

     ວັນທີ 19 ກຸມພາ ຜ່ານມາ, ຜູ້ໂດຍສານໃນຖ້ຽວບິນໂດຍກົງ ນະຄອນ ໂຮ່ຈີມິນ ໄປຍັງ Melbourne ໄດ້ຮັບດອກໄມ້ ແລະ ຂອງຂວັນທີ່ມີຄວາມໝາຍຈາກຜູ້ຕາງໜ້າສະໜາມບິນ Melbourne ແລະ ບໍລິສັດການບິນ Bamboo Airways ເຊິ່ງແທນໃຫ້ຄຳອວຍພອນ. ວັນທີ 20 ກຸມພາ, ຢູ່ສະໜາມບິນສາກົນ ເຕິນເຊີນເຍິດ ກໍໄດ້ດຳເນີນພິທີຕ້ອນຮັບຖ້ຽວບິນໂດຍກົງ Melbourne - ນະຄອນ ໂຮ່ຈີມິນ ຖ້ຽວທຳອິດຂອງ Bamboo Airways ໃນປີ 2022 ເຊັ່ນດຽວກັນ.

   


ຕອບກັບ

ຂ່າວ/ບົດ​ອື່ນ