(vovworld) – ກ່ອນການຢ້ຽມຢາມຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ, ວັນທີ 22/11, ຢູ່ສູນວັດທະນະທຳ - ການຄ້າ - ໂຮງແຮມ ຮ່າໂນ້ຍ - ມົດສກູ ທີ່ນະຄອນຫຼວງ ມົດສກູ, ທະນາຄານການຄ້າຮຸ້ນສ່ວນລົງທຶນ ແລະ ພັດທະນາຫວຽດນາມ (BIDV) ໄດ້ຈັດພິທີປະກາດສ້າງຕັ້ງ ແລະ ສະເໜີຕົວໜ່ວຍງານເຄື່ອນໄວຢູ່ຕະຫຼາດສະຫະພັນລັດເຊຍ.
ໜ່ວຍງານຂອງ BIDV ປະຈຳສະຫະພັນລັດເຊຍ ໄດ້ຮັບການສ້າງຕັ້ງເພື່ອແນໃສ່ຍູ້ແຮງການເຄື່ອນໄຫວສົ່ງເສີມການລົງທຶນ ແລະ ການຄ້າລະຫວ່າງ 2 ປະເທດ, ເຮັດແນວໃດໃຫ້ເໝາະສົມກັບຄວາມສາມາດບົມຊ້ອນ ແລະ ການພົວພັນຍຸດທະສາດຮອບດ້ານລະຫວ່າງ 2 ປະເທດ, ດ້ວຍບົດບາດຕົ້ນຕໍ່ແມ່ນ: ຜັນຂະຫຍາຍບັນດາການສົ່ງເສີມການລົງທຶນ, ການຄ້າ ໜູນຊວ່ຍນັກລົງທຶນ, ວິສາຫະກິດຫວຽດນາມ ທີ່ສົ່ງອອກສິນຄ້າ, ລົງທຶນຢູ່ລັດເຊຍ; ສ້າງຕັ້ງການພົວພັນກັບບັນດາທະນາຄານຄູ່ຮ່ວມມືລັດເຊຍ…
ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສສ.ຫວຽດນາມ ປະຈຳລັດເຊຍ ຫງວຽນແທງເຊີນ ຢືນຢັນວ່າ.
“ຂ້າພະເຈົ້າຖືວ່າ ທະນາຄານ BIDV ແມ່ນໜຶ່ງໃນບັນດາທະນາການນຳໜ້າຂອງລັດຫວຽດນາມ, ໄດ້ມີບາດກ້າວບຸກທະລຸໃນການຮ່ວມມືກັບສາກົນ. ຂ້າພະເຈົ້າຖືວ່າ ການຮ່ວມມືກັບສະຫະພັນລັດເຊຍ ຄັ້ງນີ້ ດ້ວຍບາດກ້າວບຸກທະລຸນີ້, ບັນດາວິສາຫະກິດຂອງພວກເຮົາຈະມີເງື່ອນໄຂເພື່ອສຳພັດກັບບັນດາແຫຼ່ງທຶນ, ເປີດກວ້າງການຜະລິດ, ດຳເນີນທຸລະກິດ, ມີເງື່ອນໄຂເພື່ອຮ່ວມສຳພັນກັບບັນດາວິສາຫະກິດພາຍໃນປະເທດ”