Bloomberg ຄາດຄະເນຢ່າງຕັ້ງໜ້າກ່ຽວກັບເສດຖະກິດ ຫວຽດນາມ ໃນປີ 2024

(VOVWORLD) - ພື້ນຖານເສດຖະກິດ ຫວຽດນາມ ພວມຟື້ນຟູ. ການລົງທຶນໂດຍກົງຈາກຕ່າງປະເທດ (FDI) ອາດຈະສືບຕໍ່ເພີ່ມຂຶ້ນ ຍ້ອນ ຫວຽດນາມ ຍັງສ້າງຄວາມດູດດື່ມໃນການລົງທຶນໃນຊຸມປີຈະມາເຖິງ
Bloomberg ຄາດຄະເນຢ່າງຕັ້ງໜ້າກ່ຽວກັບເສດຖະກິດ ຫວຽດນາມ ໃນປີ 2024 - ảnh 1(ພາບປະກອບ: TTXVN)

        ວັນທີ 08 ມັງກອນ, ເວັບໄຊເສດຖະກິດທີ່ມີຊື່ສຽງຂອງ ອາເມລິກາ, Bloomberg.com, ໄດ້ຄັດສະເໜີຄຳເຫັນຂອງນັກຊ່ຽວຊານທີ່ໄຈ້ແຍກເສດຖະກິດ ຫວຽດນາມ ມີແງ່ຫວັງປະເອີບໃຈໃນປີ 2024.

        ລະອຽດແມ່ນ, ຂໍ້ສັງເກດໃນເວັບໄຊ Bloomberg, ທ່ານ Han Teng Chua, ນັກຊ່ຽວຊານດ້ານເສດຖະກິດຢູ່ທະນາຄານພັດທະນາ ສິງກະໂປ (DBD Bank), ຖືວ່າ, ພື້ນຖານເສດຖະກິດ ຫວຽດນາມ ພວມຟື້ນຟູ. ການລົງທຶນໂດຍກົງຈາກຕ່າງປະເທດ (FDI) ອາດຈະສືບຕໍ່ເພີ່ມຂຶ້ນ ຍ້ອນ ຫວຽດນາມ ຍັງສ້າງຄວາມດູດດື່ມໃນການລົງທຶນໃນຊຸມປີຈະມາເຖິງ ໃນສະພາບບັນດາບໍລິສັດພວມຫັນເປັນຫຼາຍຮູບຫຼາຍແບບ ແລະ ຫຼີກລ້ຽງຄວາມສ່ຽງໃນລະບົບສະໜອງ ດ້ວຍວີທີເປີດກວ້າງການເຄື່ອນໄຫວຜະລິດມາສູ່ ຫວຽດນາມ.

        ກ່ຽວກັບການຄາດຄະເນການເຕີບໂຕ, Bloomberg ໄດ້ປະກາດການສຳຫຼວດຄັ້ງຫຼ້າສຸດຂອງເວັບໄຊນີ້ ຊີ້ໃຫ້ເຫັນວ່າ, ພື້ນຖານເສດຖະກິດ ຫວຽດນາມ ສາມາດບັນລຸລະດັບເຕີບໂຕ 6,3% ໃນໄຕມາດທີ 1 ແລະ 6,5% ໃນໄຕມາດທີ 2 ໃນປີ 2024. ການເຕີບໂຕ GDP ໄດ້ຮັບການຄາດຄະເນວ່າບັນລຸລະດັບ 6% ໃນປີ 2024 ແລະ 6,4% ໃນປີ 2025. ຄາດວ່າ, ລະດັບເງິນເຟີ້ໃນປີ 2024 ຍັງຕ່ຳກວ່າເປົ້າໝາຍຂອງລັດຖະບານແມ່ນແຕ່ 4% ຫາ 4,5%.

ຕອບກັບ

ຂ່າວ/ບົດ​ອື່ນ