(vovworld) – ວັນທີ 03/01, ບັນດາຜູ້ເຫັນເຫດການໃຫ້ຮູ້ວ່າ, ບັນດາມືປືນຖືກສົງໄສວ່າ ຂຶ້ນກັບກຸ່ມທະຫານກະບົດ Boko Haram ຢູ່ Nigeria ໄດ້ລອກຈັບຕົວຜູ້ຊາຍ 40 ຄົນຢູ່ບ້ານ Malari, ລັດ Borno, ທາງທິດຕາເວັນອອກສ່ຽງເໜືອປະເທດນີ້. ຕາມຊາວບ້ານ Malari ແລ້ວ, ໃນຄໍ່າຄືນວັນທີ 31/12, ມີມືປືນ Boko Haram ນັບສິບຄົນໄດ້ບຸກເຂົ້າບ້ານດັ່ງກ່າວດ້ວຍລົດຂົນສົ່ງປືນ, ລອກຈັບຕົວຜູ້ຊາຍໃນເກນອາຍຸແຕ່ 10 – 32 ປີ ແລະ ພາຕົວເຖິງເຂດປາ Sambisa ໃກ້ໆນັ້ນ, ເຊິ່ງຖືກສົງໄສວ່າແມ່ນເຮືອນຮັ່ງຂອງກຳລັງນີ້. ປະຈຸບັນ, ກອງທັບ Nigeria ຢູ່ Maiduguri ຍັງບໍ່ທັນຍົກຄຳເຫັນໃດໆກ່ຽວກັບເຫດການດັ່ງກ່າວ.