Brexit ບໍ່ມີຂໍ້ຕົກລົງດຳເນີນພຽງໃນວັນທີ 29 ມີນາຖ້າຫາກສະພາແຫ່ງຊາດອັງກິດອະນຸຍາດ
(VOVWORLD) -ວັນທີ 26 ກຸມພາ, ກ່າວຄຳເຫັນຕໍ່ບັນດານັກສ້າງກົດໝາຍຢູ່ສະພາແຫ່ງຊາດ, ທ່ານນາງນາຍົກລັດຖະມົນຕີອັງກິດ Theresa May ຢືນຢັນວ່າ, ປະເທດນີ້ຈະຖອນອອກຈາກສະຫະພາບເອີລົບ (EU), ຫຼື ເອີ້ນວ່າ Brexit, ຫາກບໍ່ມີຂໍ້ຕົກລົງໃດໆໃນຈຸດເວລາສຸດທ້າຍວັນທີ 29 ມີນາ ຈະມາເຖິງ ຖ້າຫາກໄດ້ຮັບອະນຸຍາດຢ່າງຈະແຈ້ງຈາກສະພາແຫ່ງຊາດ.
ຕາມນັ້ນແລ້ວ, ທ່ານນາງນາຍົກລັດຖະມົນຕີ Theresa May ໃຫ້ຮູ້ວ່າ, ທ່ານນາງຍັງປາດຖະໜາວ່າ ວິວັດການ Brexit ຈະດຳເນີນຖືກຕາມແຜນການ, ພ້ອມທັງຢ້ຳຄືນຄຳໝັ້ນສັນຍາດຳເນີນການປ່ອນບັດກ່ຽວກັບຂໍ້ຕົກລົງ Brexit ສະບັບປັບປຸງ ຢູ່ສະພາຕ່ຳ ໃນວັນທີ 12 ມີນາ ຈະມາເຖິງ. ຖ້າຫາກຂໍ້ຕົກລົງດັ່ງກ່າວບໍ່ໄດ້ຮັບການຮັບຮອງເອົາ, ລັດຖະບານຈະຈັດການປ່ອນບັດອື່ນໃນວັນທີ 13 ມີນາ ເພື່ອໃຫ້ບັນດານັກສ້າງກົດໝາຍຕົກລົງວ່າ ຈະຍ້ອນຮັບແຜນ “Brexit ແຂງ” ຫຼື ບໍ່. ຖ້າຫາກເຂົາເຈົ້າສືບຕໍ່ປະຕິເສດ, ສະພາແຫ່ງຊາດຈະປ່ອນບັດໃນວັນທີ 14 ມີນາ ກ່ຽວກັບທິດທາງຊອກຫາມາດຕະການ “ຕໍ່ກຳນົດເວລາສັ້ນ ແລະ ມີກຳນົດເວລາ” ສຳລັບມາດຕາ 50 ຂອງສົນທິສັນຍາ Lisbon.