BRICS ພັດ​ທະ​ນາ​ສະ​ກຸນ​ເງິນ​ລວມ

(VOVWORLD) -    ເອກອັກຄະລັດຖະທູດ ສະຫະພັນ ລັດເຊຍ ປະຈຳ ຈີນ, ທ່ານ Igor Morgulov ແຈ້ງໃຫ້ຊາບວ່າ ບັນດາປະເທດສະມາຊິກ BRICS ພວມເຈລະຈາກ່ຽວກັບສະກຸນເງິນລວມ.
BRICS ພັດ​ທະ​ນາ​ສະ​ກຸນ​ເງິນ​ລວມ - ảnh 1ທາງຊາດຂອງບັນດາປະເທດສະມາຊິກ BRICS (ພາບ: AFP/TTXVN)

              ວັນທີ 7 ກໍລະກົດ, ກ່າວຄຳເຫັນຢູ່ນອກເວທີປາໄສສັນຕິພາບໂລກ ຄັ້ງທີ 12 ເຊິ່ງພວມໄດ້ຈັດຂຶ້ນຢູ່ ປັກກິ່ງ (ປະເທດ ຈີນ), ທ່ານເອກອັກຄະລັດຖະທູດ Igor Morgulov ໃຫ້ຮູ້ວ່າ ບັນດາປະເທດ BRICS ພວມພັດທະນາກົນໄກ ແລະ ເຄື່ອງມືຂອງລະບົບການເງິນເອກະລາດຢ່າງສິ້ນເຊີງກັບສະກຸນເງິນ USD. ທ່ານໃຫ້ຂໍ້ສັງເກດວ່າ ເລື່ອງສ້າງສະກຸນເງິນລວມພາຍໃນກຸ່ມ ແມ່ນທ່າອ່ຽງ ທີ່ຈຳເປັນ, ແຕ່ກໍຕ້ອງໃສ່ໃຈວ່າ  ບໍ່ຄວນຄອງຄອຍຈະມີການປ່ຽນແປງໃນອະນາຄົດໃກ້ໆນີ້.

              ກ່ອນໜ້ານັ້ນ, ທ່ານລັດຖະມົນຕີກະຊວງການເງິນ ລັດເຊຍ Anton Siluanov ໃຫ້ຮູ້ວ່າ ປະເທດນີ້ ໄດ້ເຊີນບັນດາປະເທດສະມາຊິກ BRICS ແລະ ບັນດາຄູ່ຮ່ວມມືຂອງສະຫະພັນນີ້ດຳເນີນການຊຳລະຂ້າມຊາຍແດນໃນລະບົບຊຳລະ BRICS Bridge. ລັດເຊຍ ຖືວ່າ ລະບົບຊຳລະດັ່ງກ່າວຈະແກ້ໄຂການແບ່ງແຍກຂອງລະບົບຊຳລະໃນປັດຈຸບັນ ທີ່ຢູ່ນອກ “ພື້ນຖານໂຄງລ່າງທີ່ບໍ່ເປັນມິດ” ຂອງຝ່າຍຕາເວັນຕົກ.       


ຕອບກັບ

ຂ່າວ/ບົດ​ອື່ນ