Carnaval ຮ້າລອງປີ 2013 ໄດ້ຮັບການກະກຽມຢ່າງລອບຄອບທີ່ຖ້ວນແລ້ວ

Carnaval ຮ້າລອງປີ 2013 ໄດ້ຮັບການກະກຽມຢ່າງລອບຄອບທີ່ຖ້ວນແລ້ວ - ảnh 1
(ພາບປະກອບ)
(vovworld) - ດ້ວຍ​ຫົວ​ຂໍ້​ວ່າ “ສີສັນ​ກວາງ​ນິງ - ​​ແຫ່ງເຕົ້າ​ໂຮມ ​ແລະ ​ແຜ່​ຂະຫຍາຍ”, Carnaval ຮ້າ​ລອງ​ປີ 2013 ​ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ຄໍ່າ​ວັນ​ທີ 27/04. ທີ່​ການ​ປະຊຸມ​ຂ່າວ​ເຊິ່ງຈັດ​ຂຶ້ນໃນ​ຕອນ​ເຊົ້າ​ວັນ​ທີ 27/04, ຄະນະ​ຈັດ​ຕັ້ງ​ໃຫ້​ຮູ້​ວ່າ ປະຈຸ​ບັນ​ຈຳນວນ​ນັກ​ທ່ອງ​ທ່ຽວ​ມາ​ແຂວງ​ກວາງ​ນິງ ​ໃນ​ໂອກາດ​ນີ້​​ໄດ້ເພີ່ມ​ຂຶ້ນຫຼາຍ, ​ແຕ່​ລະ​ມື້​ມີ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​ອ່າວ​ຮ້າ​ລອງເກືອບ 2 ໝື່ນ​ເທື່ອ​ຄົນ. ທ່ານ​ນາງ ຫງວຽນ​ທິທູ​ຖຸຍ, ຮອງ​ປະທານ​ຄະນະ​ກຳ​ມະ​ການ​ປະຊາຊົນ​ແຂວງ​ກວາງ​ນິງ, ຫົວໜ້າ​ຄະນະ​ຈັດ​ຕັ້ງ Carnaval ຮ້າ​ລອງ​ປີ 2013 ​ໃຫ້​ຮູ້​ວ່າ.

        “ຕ້ອງ​ຢືນຢັນ​ວ່າ ມາ​ຮອດ​ຈຸ​ດເວລາ​ນີ້, ວຽກ​ງານ​ກະກຽມ​​ໃຫ້​ແກ່ Carnaval ປີ 2013 ​ໄດ້​ສຳ​ເລັດ​ແລ້ວ. ນັບ​ແຕ່ຕອນຮູບ​ແບບ, ​ເນື້ອ​ໃນ, ຮັບ​ແຂກ, ພິທີການ, ພະລາທິການ, ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ ​ແລະ ຜູ້​ແທນ, ປະຊາຊົນ. ວັນ​ທີ 26/04, ການ​ຝຶກ​​ຊ້ອມ​ຄັ້ງ​ໃຫຍ່​ໄດ້​ດຳ​ເນີນ​ໄປ​ຢ່າງລອບ​ຄອບ​ທີ່​ຖ້ວນ. ພວກ​ເຮົາ​ສາມາດ​ອຸ່ນ​ອ່ຽນໃຈ​ວ່າ ງານ​ບຸນ​ໃຫຍ່ Carnaval ຈະ​ຮັບປະກັນ​ຄວາມປອດ​ໄພ, ສ້າງຄວາມ​ປະ​ທັບ​ໃຈ ​ແລະ ດຶງ​ດູດ.”

ຂ່າວ/ບົດ​ອື່ນ