COP 17 ຂອງ ສປຊ ໄດ້ສິ້ນສຸດລົງແຕ່ບໍ່ບັນລຸໄດ້ ໝາກຜົນເທົ່າທີ່ຄວນ

COP 17 ຂອງ ສປຊ ໄດ້ສິ້ນສຸດລົງແຕ່ບໍ່ບັນລຸໄດ້ ໝາກຜົນເທົ່າທີ່ຄວນ - ảnh 1
(ພາບ: ທ່ານນາງ Maite Nkoana Mashabane, ປະທານ Cop 17
ເຂົ້າຮ່ວມວາລະປຶກສາຫາລືສຸດທ້າຍ
ຂອງ ກອງປະຊຸມ)

ຕອນ​ເຊົ້າ​ວັນ​ທີ 11/12, ກອງ​ປະຊຸມ​ກ່ຽວ​ກັບ​ການ​ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຂອງ ສປຊ ຢູ່ Durban  ບັນລຸ​ໄດ້​ຂໍ​້ຕົກລົງ​​ກ່ຽວ​ກັບ​ໂຄງການສັງ​ລວມເລິກ​ເຊິ່ງ ​ແລະ ກ້ວາງ​ຂວາງ​ເພື່​ອແນ​ໃສ່​ວາງ​ທິດ​ທາງ​ໃໝ່​ໃຫ້​ແກ່​​ການຕ້ານ​ການ​ປ່ຽນ​​ແປງ​ຂອງ​ດິນ​ຟ້າ​ອາກາດ​ຢູ່ໂລກ​ໃນ​ຫຼາຍທົດ​ສະ​ວັດ​ທີ່​ຈະ​ມາ​ເຖິງ. ກອງ​ປະຊຸມ​ລວ​ມມີ 194 ປະ​ເທດ​ສະມາຊິກ ​ໄດ້​ເຫັນ​ດີ​​ເລີ່​ມຕົ້ນ​ການ​ເຈລະ​ຈາ ກ່ຽວ​ກັບ​ສັນ​ຍາ​ໃໝ່​​ເຊິ່ງຕາມ​ນັ້ນ​ແລ້ວ​ທຸກໆ​ປະ​ເທດ​ອາດ​ຈະ​ປະຕິບັດ​ຕາມໃນ​ລະບອບ​ກົດໝາຍ​ໜຶ່ງດຽວ ​ເພື່ອ​ແນ​ໃສ່​ຊຸກຍູ້​ບັນດາ​ຄຳ​ໝັ້ນ​ສັນ​ຍາ​ຄວບຄຸມ​ປະລິມານອາຍ​ແກ​ດ​ເຮືອນ​ແກ້ວ. ສັນຍາ​ນີ້ຈະ​ມີ​ຜົນ​ສັດ​ສິດ​ລ້າ​ສຸດ​ແມ່ນ​ໃນ​ປີ 2020. ຂໍ້​ຕົກລົງ​ນີ້ ກໍ່​ຈະ​ສ້າງ​ຕັ້ງບັນດາ​ອົງການ ​ເພື່ອ​​ເກັບ​​ເອົາ, ຄຸ້ມ​ຄອງ ​ແລະ ​ແຈ​ກຢາຍ​ເງິນ​ນັບ ໝື່ນໆ ຕື້​ໂດ​ລາ​ສະຫະລັດ​ ​ໃນ​ແຕ່ລະ​ປີ ​ໃຫ້​ແກ່​ບັນດາ​ປະ​ເທດ​ທີ່​ທຸກ​ຍາກ ​ເພື່ອ​ຊ່ວຍ​ໃຫ້​ບັນດາ​ປະ​ເທດ​ນີ້​ປັບປຸງ​ເງື່ອນ​ໄຂ​ດິນ​ຟ້າ​ອາກາດ ​ແລະ ມຸ້ງ​ໄປ​ສູ່​ພື້ນຖານ​ເສດຖະກິດ​ທີ່ ຫຼຸດ​ຜ່ອນ​ມົນ​ລະ​ພິດ ​ແລະ ການປ່ອຍ​ແກັດ​ເຮືອນ​ແກ້ວ.

ຂ່າວ/ບົດ​ອື່ນ