CPI ຂອງ ອາເມລິກາ ເພີ່ມຂຶ້ນຢ່າງແຮງທີ່ສຸດນັບແຕ່ປີ 1982

(VOVWORLD) -ດັດຊະນີລາຄາໃຊ້ສອຍ (CPI) ຂອງ ອາເມລິກາ ໃນເດືອນ ພະຈິກ ຜ່ານມາ ໄດ້ເພີ່ມຂຶ້ນ 6,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ພ້ອມທັງແມ່ນລະດັບເພີ່ມຂຶ້ນຢ່າງແຮງທີ່ສຸດນັບແຕ່ປີ 1982.
CPI ຂອງ ອາເມລິກາ ເພີ່ມຂຶ້ນຢ່າງແຮງທີ່ສຸດນັບແຕ່ປີ 1982 - ảnh 1ຊາວ ອາເມລິກາ ຊື້ເຄື່ອງຢູ່ ຮ້ານອາຫານ ທີ່ Chicago. ພາບ:  AFP/TTXVN

  ຕາມກະຊວງແຮງງານຂອງອາເມລິກາ ແລ້ວ, ການຜັນປ່ຽນດັ່ງກ່າວກໍ່ຍ້ອນຫລາຍປະເພດສິນຄ້າມີລາຄາເພີ່ມຂຶ້ນ. ມີສັນຍານຊີ້ໃຫ້ເຫັນວ່າ ກະແສໄພເງິນເຟີ້ໄດ້ຍູ້ລາຄາໃຫ້ສູງຂຶ້ນ ໃນະພາບພື້ນຖານເສດຖະກິດ ອາເມລິກາ ປີນີ້ເລີ່ມຟື້ນຟູພາຍຫລັງການຊຸດໂຊມດ້ານເສດຖະກິດຍ້ອນໂລກລະບາດໂຄວິດ 19.

ໄລ່ລວມ CPI ຂອງ ອາເມລິກາ ໃນເດືອນພະຈິກ ຜ່ານມາ ເພີ່ມຂຶ້ນ 0,8% ເມື່ອທຽບໃສ່ເດືອນກ່ອນ.

ວັນທີ 10 ທັນວາ ປະທານາທິບໍດີ ອາເມລິກາ Joe Biden ໄດ້ໃຫ້ປອບໂລມຈິດໃຈປະຊາຊົນຕໍ່ສະພາບການໄພເງິນເຟີ້. ກ່າວຄຳເຫັນຈາກທຳນຽບຂາວ, ທ່ານ ປະທານາທິບໍດີ ອາເມລິກາ Joe Biden ເນັ້ນຫນັກວ່າ ໄພເງິນເຟີ້ ຢູ່ ອາເມລິກາ ພວມເພີ່ມຂຶ້ນຢູ່ໃນລະດັບສະຖິຕິ  ແລະກໍ່ຈະຫລຸດລົງຢ່າງວ່ອງໄວ. ແຕ່ຂົງເຂດອື່ນຂອງພື້ນຖານເສດຖະກິດ ພວມດີຂຶ້ນ. ຍັງບໍ່ທັນມີເວລາໃດ ອາເມລິກາ ທີ່ມີພື້ນຖານເສດຖະກິດເຕີບໂຕຄືປະຈຸບັນ ໃນຮອບເວລາ 60 ປີຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ