Crimeaຖະແຫຼງຈະຄຸ້ມ ຄອງບັນດາບໍລິສັດແຫ່ງລັດຂອງຢູແກຼນ

Crimeaຖະແຫຼງຈະຄຸ້ມ ຄອງບັນດາບໍລິສັດແຫ່ງລັດຂອງຢູແກຼນ - ảnh 1
ຢູ່ນອກສຳນັກງານອຳນາດການປົກຄອງ Sevastopol,  Crimea ໃນວັນທີ 11/3.
(ພາບ: AFP/TTXVN)

(vovworld) – Crimea ຖະ​ແຫຼ​ງຈະຄຸ້ມ​ຄອງ​ບັນດາ​ບໍລິສັດ​ແຫ່ງ​ລັດ​ຂອງ ​ຢູ​ແກຼນ, ຖະ​ແຫຼ​ງການ​ດັ່ງກ່າວ​ໂດຍ​ທ່ານ​ຮອງ​ນາຍົກລັດຖະມົນຕີຜູ້ທີ​ໜຶ່ງ​ຂອງ​ປະ​ເທ​ດ ສ. ປົກຄອງ​ດ້ວຍ​ຕົນ​ເອງ Crimea Rustam Temirgaliev ຍົກ​ອອກ​ມາ​ໃນ​ວັນ​ທີ 12/3, ທີ່​ການ​ປະຊຸມ​ຂ່າວ​ທີ່ຖ່າຍ​ທອດ​ທາງ​​ໂທ​ລະ​ພາ​ບ​ ລັດ​ເຊຍ. ທ່ານ Temirgaliev ຢັ້ງຢືນ​ວ່າ: ​ໃນ​ຊຸມ​ວັນ​ຈະ​ມາ​ເຖິງ, ບັນດາ​ຊັບ​ສົມບັດ​ຂອງ ຢູ​ແກຼນ ​ໃນ​ເຂດ​ດິນ​ແດນ​ຂອງ Crimea ຈະ​ຖືກ​ມອບ​ໂອນ​​ເຂົ້າ​ອຳນາດ​ການ​ປົກຄອງ Crimea. ​

    ຕາມ​ແຜນການ​ແລ້ວ, ວັນ​ທີ 16/3 ຈະ​ມາ​ເຖິງ, Crimea ຈະ​ດຳ​ເນີນ​ການ​ເອົາ​ປະຊາ​ມະຕິ ຕົກລົງ​​ແຫຼມ​ນີ້​ຈະ​ສືບ​ຕໍ່​ແມ່ນ​ປະ​ເທດ ສ. ປົກຄອງ​ດ້ວຍ​ຕົນ​​ເອງ ຂອງ ຢູ່​ແກຼນ ຫຼື​ເປັນ​ພາກສ່ວນ​ໜຶ່ງ​ຂອງ​ສະ​ຫະພັນ ລັ​ດ​ເຊຍ.​ ​ເພື່ອ​​ແນ​ໃສ່​ສະກັດ​ກັ້ນ​ບັນດາ​ການ​ເຄື່ອນ​ໄຫວ “ກໍ່​ຄວາມເກາະ​ຜິ​ດ” ກ່ອນ​ການ​ປ່ອນ​ບັດ, ອຳນາດ​ການປົກຄອງ Crimea ​ໄດ້​ເພີ່ມ​ທະວີການ​ກວດກາ​ສະໜາ​ມບິນ​ຕົ້ນ​ຕໍ່​ຢູ່​ແຫຼ​ມ​ແຫ່ງ​ນີ້, ພ້ອມ​ທັງ​ສະ​ກັດ​ກັ້ນ​ບັນດາ​ຖ້ຽວບິນ​ໄປ - ກັບ ​ແຫຼມ​ນີ້​​ເຖິງ​ວັນ​ທີ 17/3.

    ​ໃນ​ເຫດການ​ທີ່​ກ່ຽວຂ້ອງ, ວັນ​ທີ 12/3, ບັນດາ​ການ​ນຳ​ຂອງ​ກຸ່ມ​ບັນດາ​ປະ​ເທດ​ອຸດສາຫະກຳ​ອັນ​ດັບ​ໜຶ່ງ​ຂອງ​ໂລກ (G7) ຮຽກຮ້ອງ​ໃຫ້ ລັດ​ເຊຍ ຢຸດຕິ​ການ​ເຄື່ອນ​ໄຫວ​ກ່ຽວຂ້ອງ​ເຖິງ​ການ​ລົ​ງປະຊາ​ມະຕິ​ຢູ່​ແຫຼມ Crimea ຂອງ ຢູ​ແກຼນ ຖ້າ​ບໍ່​ຄື​ແນວ​ນັ້ນ, ມົດ​ສະ​ກູ​ຈະ​ປະ​ເຊີນ​ໜ້າ​ກັບ​ການ​ເຄື່ອນ​​ໄຫວ​​ໂຕ້ຕອບ.

   

ຂ່າວ/ບົດ​ອື່ນ