Croatiaປິດ7/8ດ່ານຊາຍແດນຕິດກັບເຊັກເບຍ

Croatiaປິດ7/8ດ່ານຊາຍແດນຕິດກັບເຊັກເບຍ - ảnh 1
Croatia ປິດ 7/8 ດ່ານ​ຊາຍ​ແດນ​ຕິດກັບ​ເຊັກ​ເບຍ
(ພາບປະກອບ: TTXVN)


(vovworld) – ​ຄໍ່າ​ຄືນວັນ​ທີ 17/09, Croatia ​ໄດ​້ປິດ 7/8 ດ່ານ​ຊາຍ​ແດນຕິດ​ກັບ​ເຊັກ​ເບຍ ​ເພື່ອ​ສະກັດກັ້ນ​ຊາວ​ອົບ​ພະຍົບພວມກັບ​ມາ ພາຍຫຼັງ ຮຸງກາຣີ ປິດດ່ານ​ຊາຍ​ແດນ. ຂໍ້​ຕົກລົງ​ດັ່ງກ່າວ​ໄດ້​ຍົກ​ອອກ​ມ​າ ພາຍ​ຫຼັງ​ທີ​ມີ​ຊາວ​ອົບ​ພະຍົບ 11.000 ຄົນ ພວມ​ເດີນທາງ​ຈາກ​ເຊັກ​ເບຍ ​ເຂົ້າ Croatia ​ໃນວັນທີ 16/09, ຈຳນວນ​ຊາວ​ອົບ​ພະຍົບຫຼາຍ​ເກີນ​ໄປ ລື່ນ​ກາຍ​ຄວາມ​ສາມາດ​ຄວບຄຸມຂອງ​ບັນດາ​ກຳລັງ​ກ່ຽວ​ຂ້ອງ, ​​ດັ່ງ​ນັ້ນ, ລັດຖະບານ Croatia ຕ້ອງ​ປິດ​ດ່ານ​ຊາຍ​ແດນ. ປະຈຸ​ບັນ​ມີ​ພຽງ​ດ່ານຊາຍ​ແດນ Belgrad – Zagerd ຍັງ​​ບໍ່​ທັນ​ປິດ​ເທົ່າ​ນັ້ນ.

        ​ໃນ​ເຫດການ​ທີ່​ກ່ຽວ​ຂ້ອງ, ວັນ​ທີ 17/09, ທ່ານ​ປະທານສະພາ​ເອີ​ລົບ Donald Tusk ​ໃຫ້​ຮູ້​ວ່າ, ທ່ານ​ໄດ້ຮຽກ​ໂຮມ​ການ​ປະຊຸມສຸດ​ຍອດ​ຂອງ​ການ​ນຳ 28 ປະ​ເທດ​ສະມາຊິກ​ສະຫະພາບ​ເອີ​ລົບ ​(EU) ໃນ​ວັນ​ທີ 23/09 ຈະ​ມາ​ເຖິງ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ວິ​ກິດ​ການ​ຊາວ​ອົບ​ພະຍົບ. ນີ້​ຈະ​ແມ່ນ​ກອງ​ປະຊຸມ​ສຸດ​ຍອດ​ຮີບ​ດ່ວນ​ຂອງ EU ຄັ້ງ​ທີ 2 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ບັນຫາ​ຊາວ​ອົບ​ພະຍົບ​ໃນ 2 – 3 ​ເດືອ​ນຜ່ານ​ມາ. ການ​ພົບ​ປະ​ຄັ້ງ​ນີ້ ຈະ​ແກ້​ໄຂ​ສະພາບ​ການ​ບໍ່​ມີ​ທາງ​ອອກ​ໃນ​ປະຈຸ​ບັນ ທີ່ກ່ຽວ​ຂ້ອງ​ເຖິງ​ການ​ຈັດ​ແບ່ງ​ຊາວ​ອົບ​ພະ​ຍົບ​ໃໝ່ 120.000 ຄົນ, ​​ແນ​ໃສ່​​​ແບ່ງປັນ​ຄວາມ​ຫຍຸ້ງຍາກ ພ້ອ​ມກັບ​​ໃຫ້​ເກຼັກ, ຮຸງ​ກາຣີ ​ແລະ ອີ​ຕາ​ລີ.

ຂ່າວ/ບົດ​ອື່ນ