(vovworld) - Dang Thu Thao ອາຍຸ 21 ປີ, ນັກສຶກສາມະຫາວິທະຍາໄລ Dong Do ນະຄອນ Can Tho ໄດ້ຮັບການຄັດເລືອກເປັນນາງງາມ ຫວຽດນາມ ປີ 2012 ດ້ວຍລາງວັນລວມມູນຄ່າ 300 ລ້ານດົ່ງ, Duong Tu Anh ແມ່ນຮອງອັນດັບ 1 ແລະ Do Hoang Anh ແມ່ນຮອງອັນດັບ 2. ໃນຕະຫລອດໄລຍະດຳເນີນຮອບຊີງຊະນະເລີດ, ບັນດາຜູ້ເຂົ້າຮ່ວມການປະກວດນາງງາມໄດ້ເຂົ້າຮ່ວມການເຄື່ອນໄຫວວຽກງານການກຸສົນ, ສັງຄົມຄື: ຢ້ຽມຢາມ, ພົບປະແລກປ່ຽນ, ມອບຂອງຂວັນລວມມູນຄ່າ 500 ລ້ານດົ່ງຢູ່ ສູນ ເບິ່ງແຍງຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດນະຄອນ Da Nang, ສູນປົກປ້ອງຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ແລະ ເດັກນ້ອຍດອ້ຍໂອກາດນະຄອນ Da nang.