Donald Trump ປະຕິເສດທຸກໆຂໍ້ກ່າວຫາລ່ວງເກີນທາງເພດສຳລັບແມ່ຍິງ
ມີແມ່ຍິງຕື່ມອີກ 2 ຄົນໄດ້ກ່າວຟ້ອງທ່ານ Donald Trump ທີ່ໄດ້ລ່ວງເກີນທາງເພດ |
(vovworld)- ໃນສະພາບການແຂ່ງຂັນເຂົ້າທຳນຽບຂາວ ພວມກ້າວເຂົ້າສູ່ໄລຍະດຸເດືອດ, ຜູ້ສະໝັກເລືອກຕັ້ງຂອງທັງ 2 ພັກປະຊາທິປະໄຕ ແລະ ສາທາລະນະ ຕ່າງກໍຕ້ອງປະເຊີນໜ້າກັບຄວາມສັບສົນສ່ວນຕົວ. ວັນທີ 14/10, ຜູ້ສະໝັກເລືອກຕັ້ງຂອງພັກສາທາລະນະ ທ່ານ Donald Trump ໄດ້ກ່າວປະຕິເສດທຸກໆຂໍ້ກ່າວຫາກ່ຽວກັບເລື່ອງທ່ານເອງມີການກະທຳລ່ວງເກີນທາງເພດສຳລັບແມ່ຍິງ. ກ່າວຄຳເຫັນທີ່ການຂົນຂວາຍຫາສຽງເລືອກຕັ້ງ, ທ່ານຢືນ ຢັນວ່າ ທຸກຂໍ້ກ່າວຫາທີ່ຕ້ານທ່ານ ກໍລ້ວນແຕ່ແມ່ນການປັ້ນແຕ່ງຂຶ້ນ, ແລະ ທ່ານບໍ່ລຶ້ງກັບບັນດາຜູ້ທີ່ໄດ້ກ່າວຟ້ອງທ່ານ. ກ່ອນໜ້ານັ້ນ, ໄດ້ມີແມ່ຍິງຕື່ມອີກ 2 ຄົນໄດ້ກ່າວຟ້ອງທ່ານ Donald Trump ທີ່ໄດ້ລ່ວງເກີນທາງເພດເຂົາເຈົ້າເປັນເວລາຫຼາຍປີກ່ອນນີ້.