EC ສ​ະ​ເໜີ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ໃໝ່​ເລັງ​ໃສ່​ລັດ​ເຊຍ

(VOVWORLD) -ຂໍ້ສະເໜີນີ້ຂອງ EC ໄດ້ປະກາດໄປຍັງ 27 ປະເທດສະມາຊິກ ຂອງສະຫະພາບ ເອີລົບ (EU) ແລະ ບັນດາປະເທດນີ້ຕ້ອງຜ່ານຜ່າຄວາມບໍ່ລົງລອຍກັນເພື່ອບັນລຸໄດ້ຄວາມເຫັນດີເປັນພ້ອມໃນການປະຕິບັດຂໍ້ສະເໜີນີ້.
EC ສ​ະ​ເໜີ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ໃໝ່​ເລັງ​ໃສ່​ລັດ​ເຊຍ - ảnh 1ທ່ານນາງ ປະທານ  EC Ursula von der Leyen (ພາບ: THX/TTXVN)

ປະທານຄະນະກຳມະການເອີລົບ (EC) ຫາກໍ່ສະເໜີບັນດາມາດຕະການລົງໂທດໃໝ່ເລັ່ງໃສ່ ລັດເຊຍ ທີ່ກ່ຽວຂ້ອງເຖິງ ການປະທະກັນຢູ່ ຢູແກຼນ. ບັນດາມາດຕະການລົງໂທດໃໝ່ລວມມີຈັດວາງຂໍ້ຈຳກັດດ້ານການຄ້າກັບ ລັດເຊຍ ຕື່ມອີກ, ເອົາຊື່ຂອງຊາວລັດເຊຍ ເຂົ້າບັນຊີລາຍຊື່ດຳ ຂອງ EU ແລະ ຈັດວາງລະດັບລາຄາເພດານສຳລັບນ້ຳມັນ ອາຍແກັດຕໍ່ກັບປະເທດທີ 3. ຂໍ້ສະເໜີນີ້ຂອງ EC ໄດ້ປະກາດໄປຍັງ 27 ປະເທດສະມາຊິກ ຂອງສະຫະພາບ ເອີລົບ (EU) ແລະ ບັນດາປະເທດນີ້ຕ້ອງຜ່ານຜ່າຄວາມບໍ່ລົງລອຍກັນເພື່ອບັນລຸໄດ້ຄວາມເຫັນດີເປັນພ້ອມໃນການປະຕິບັດຂໍ້ສະເໜີນີ້.

ກ່ອນໜ້ານັ້ນ, ໃນວັນດຽວກັນ, ທີ່ປຶກສາດ້ານເສດຖະກິດຂັ້ນສູງຂອງທ່ານປະທານາທິບໍດີ ຢູແກຼນ Volodymyr Zelenskiy ໄດ້ຮຽກຮ້ອງໃຫ້ EU ຫຼຸດຜ່ອນກະແສເງິນທີ່ໄຫຼເຂົ້າລັດເຊຍ ຈາກເລື່ອງ ມົດສະກູສົ່ງອອກເຊື້ອເພີງຝອກຊິວ.

ຕອບກັບ

ຂ່າວ/ບົດ​ອື່ນ