ECCC ປະກາດຫົວໂປ່ຂະແມແດງ Nuon Chea ເສຍຊີວິດລວມອາຍຸໄດ້ 93 ປີ

(VOVWORLD) - ວັນທີ 04 ສິງຫາ, ສານສາກົນພິພາກສາໂທດກຳຂະແມແດງຢູ່ ກຳປູເຈຍ (ECCC) ປະກາດວ່າ ຫົວໂປ່ຂະແມແດງ Nuon Chea ເສຍຊີວິດແລ້ວ ເຊິ່ງລວມອາຍຸໄດ້ 93 ປີ.

ECCC ປະກາດຫົວໂປ່ຂະແມແດງ Nuon Chea ເສຍຊີວິດລວມອາຍຸໄດ້ 93 ປີ - ảnh 1ຫົວໂປ່ຂະແມແດງ Nuon Chea (ພາບ: AFP)

ທ່ານ Neth Pheaktra ໂຄສົກຂອງ ECCC ຢືນຢັນວ່າ ນັກໂທດ Nuon Chea ໄດ້ເສຍຊີວິດໃນຕອນຄ່ຳວັນທີ 04 ສິງຫາ ຢູ່ໂຮງໝໍມິດຕະພາບຂະແມ - ໂຊວຽດ ຢູ່ນະຄອນຫລວງ ພະນົມເປັນ.

        ECCC ແມ່ນສານພິເສດຢູ່ ກຳປູເຈຍ ໂດຍສະຫະປະຊາຊາດ ແລະ ລັດຖະບານ ກຳປູເຈຍ ສ້າງຕັ້ງຂຶ້ນແຕ່ປີ 2006 ແນໃສ່ພິພາກສາບັນດາໂທດກຳໂດຍບັນດາການນຳລະບອບຂະແມແດງກໍ່ຂຶ້ນ.

        ວັນທີ 16 ພະຈິກ 2018, ECCC ໄດ້ປະກາດການຕັດສິນໂທດຈຳຄຸກຕະຫລອດຊີວິດສຳລັບອະດີດຫົວໂປ່ຂະແມແດງ 2 ຄົນ ນັ້ນແມ່ນ Nuon Chea ແລະ Khieu Samphan. ບົດກ່າວໂທດຂອງ ECCC ຊີ້ແຈ້ງວ່າ: ນັກໂທດ 2 ຄົນດັ່ງກ່າວ ໄດ້ກໍ່ໂທດກຳອັນໂຫດຮ້າຍປ່າເຖືອນຕ້ານມວນມະນຸດ, ໂທດກຳສົງຄາມ ແລະ ໂທດກຳດັບສູນເຊື້ອຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ