(vovworld) – ວັນທີ 06/10, ທີ່ກອງປະຊຸມຄົບຄະນະຂອງລັດຖະສະພາເອີລົບ (EP), ບັນດາສະມາຊິກລັດຖະສະພາໄດ້ປຶກສາຫາລືກ່ຽວກັບຂໍ້ສະຫຼຸບຂອງກອງປະຊຸມສຸດຍອດສະຫະພາບເອີລົບ (EU), ເຊິ່ງຖືກຈັດຂຶ້ນເມື່ອວັນທີ 23/09 ຢູ່ບຣຸກແຊນ, ປະເທດແບນຊິກ, ກ່ຽວກັບວິກິດການຊາວອົບພະຍົບ ແລະ ເນັ້ນໜັກວ່າ, ບັນດາປະເທດ EU ຕ້ອງເພີ່ມທະວີມາດຕະການຕ່າງໆ ເພື່ອແນໃສ່ຄວບຄຸມວິກິດການນີ້ ເພື່ອບໍ່ປະໃຫ້ມັນຖືກແຜ່ລາມກວ້າງອອກສູ່ທົ່ວໂລກ. ກ່າວຄຳເຫັນທີ່ກອງະປະຊຸມ, ທ່ານປະທານສະພາເອີລົບ Donald Tusk ຖືວ່າ: ໜ້າທີ່ລວມຂອງທົ່ວເອີລົບ ແມ່ນຕ້ອງຊ່ວຍເຫຼືອຊາວອົບພະຍົບ ແລະ ປົກປັກຮັກສາເຂດຊາຍແດນນອກກຸ່ມ. ທ່ານກໍເນັ້ນໜັກວ່າ, ຄວາມຮຽກຮ້ອງທຳອິດໃນປະຈຸບັນແມ່ນສ້າງຕັ້ງການຄວບຄຸມເຂດຊາຍແດນນອກ EU ຄືນໃໝ່. ສ່ວນທ່ານປະທານຄະນະກຳມະການເອີລົບ Jean Claude Juncker ເນັ້ນໜັກວ່າ, ບໍ່ພຽງແຕ່ສັງເກດພຽງພາຍນອກເທົ່ານັ້ນ, ຫາກຕ້ອງພິຈາລະນາບັນດາບັນຫາກ່ຽວຂ້ອງຢູ່ນອກເອີລົບ ອີກດ້ວຍ. ຕວກກີ ແລະ EU ຕ້ອງສົມທົບກັນບົນເສັ້ນທາງນີ້, ຕ້ອງມຸ່ງໄປເຖິງການຊ່ວຍເຫຼືອບັນດາຄົນທຸກຍາກທີ່ພວມມານະພະຍາຍາມໄປຮອດຝັ່ງທະເລເອີລົບ.