EU ຄັດຄ້ານຄຳ ຮຽກຮ້ອງຂອງອາເມລິກາ ທີ່ສະໜອງອາວຸດໃຫ້ຢູແກຼນ

EU ຄັດຄ້ານຄຳ ຮຽກຮ້ອງຂອງອາເມລິກາ ທີ່ສະໜອງອາວຸດໃຫ້ຢູແກຼນ - ảnh 1
(ພາບປະກອບ: AFP/TTXVN)

(vovworld) – ວັນ​ທີ 06/03, ຜູ້ຕາງໜ້າ​ຂັ້ນ​ສູງ​ຮັບຜິດຊອບ​ນະ​ໂຍບາຍ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ​ການ​ຕ່າງປະ​ເທດຂອງ​ສະຫະພາບ​ເອີ​ລົບ (EU) ທ່ານນາງ Federia Mogherini ຄັດຄ້ານ​​ເລື່ອງ ອາ​ເມ​ລິ​ກາ ຈະ​ສະໜອງ​ອາວຸດ​ໃຫ້​ຢູ​ແກຼນ ​ເພື່ອ​ຊ່ວຍ​ກອງທັບ​ປະ​ເທດ​ນີ້​ຕ້ານ​ຄືນ​ກຳລັງ​ທວງ​ເອົາ​ເອກະລາດ​ຢູ່​ພາກ​ຕາ​ເວັນ​ອອກ​ກາງປະ​ເທດ​ນີ້. ຕາມ​ທ່ານ​ນາງ Mogherini ​ແລ້ວ, ທິດ​ທາງ​ເຄື່ອນ​ໄຫວ​ຕໍ່​ໄປ​ແມ່ນ​ປະຕິບັດ​ຂໍ້​ຕົກລົງ​ສັນຕິພາບ ​ເຊິ່ງ​ໄດ້​ຮັບ​ການ​ລົງ​ນາມ​ຢູ່ Minsk, ນະຄອນຫຼວງ ​ເບ​ລາຣຸດ, ​ເມື່ອ​ເດືອນ 02. ​ແລະ ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ລັດຖະມົນ​ຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ໂອ​ຕາຣິດ Sebastian Kurz ກໍ່​ຖື​ວ່າ, ​ເລື່ອງ​ສະໜອງ​ອາວຸດ​ໃຫ້​ຢູ​ແກຼນ ພຽງ​ເຮັດ​ໃຫ້​ເພີ່ມ​ຄວາມ​ເຄັ່ງ​ຕຶງ ຍ້ອນ​ຈຸດໝາຍ​ຂອງ EU ​ແມ່ນ​ຄຳ​ສັ່ງ​ຢຸດ​ຍິງ ຫາກ​ບໍ່​ແມ່ນ​ເຮັດ​ໃຫ​້ຄວາມ​ເຄັ່ງ​ຕຶງ​ປິນຂັ້ນ​ໄດ.

        ​ໃນ​ເຫດການ​ທີ່​ກ່ຽວ​ຂ້ອງ, ວັນ​ທີ 06/03, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອັງ​ກິດ Michael Fallon ​ໃຫ້​ຮູ້​ວ່າ, ປະ​ເທດ​ນີ້​​ໄດ້​ສ້າງ​​ແຜນ​ການ​ສະໜອງ​ອາວຸດໃຫ້​ກອງທັບ​ຢູ​ແກຼນ.

ຂ່າວ/ບົດ​ອື່ນ