EU ຊຸກຍູ້ການປະຕິບັດສຳເລັດເປົ້າໝາຍສ້າງຕະຫຼາດລວມພາຍໃນກຸ່ມໃນຂົງເຂດເຕັກນິກດີຈີຕອນ ແລະ ການບໍລິການ

(VOVWORLD) - ບັນດາການນຳຂອງ 27 ປະເທດສະມາຊິກ EU ໄດ້ເນັ້ນໜັກຄຳຮຽກຮ້ອງເຄົາລົບບັນດາຫຼັກການທີ່ມີຢູ່ແລ້ວຂອງຕະຫຼາດລວມ ແລະ ຍົກເລີກບັນດາສິ່ງກີດຂວາງ, ເພື່ອແນໃສ່ຟື້ນຟູບັນດາຄວາມຂາດເຂີນໃຫຍ່ໃນວິກິດການມໍ່ໆມານີ້

ການນຳບັນດາປະເທດສະມາຊິກສະຫະພາບເອີລົບ (EU) ໄດ້ຍົກອອກບັນດາມາດຕະການທີ່ເຕັມໄປດ້ວຍຄວາມມັກໃຫຍ່ໃຝ່ສູງ ເພື່ອປະຕິບັດສຳເລັດເປົ້າໝາຍສ້າງຕະຫຼາດລວມພາຍໃນກຸ່ມໃນຂົງເຂດເຕັກນິກດີຈີຕອນ ແລະ ການບໍລິການ. ນີ້ແມ່ນໜຶ່ງໃນບັນດາຫົວຂໍ້ທີ່ໄດ້ນຳມາປືກສາຫາລືທີ່ກອງປະຊຸມສຸດຍອດສະໄໝສາກົນຂອງກຸ່ມ, ຈັດຂຶ້ນໃນ 2 ວັນ (23 -24 ມີນາ) ຢູ່ນະຄອນຫຼວງ ບຣຸກແຊນ, ປະເທດແບນຊິກ, ດ້ວຍຈຸດປະສົງເພີ່ມທະວີກຳລັງແກ່ງແຍ້ງຂອງພື້ນຖານເສດຖະກິດ EU, ເຊິ່ງເຄີຍຕ້ອງປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ, ນັບແຕ່ເມື່ອເກີດປະທະກັນລະຫວ່າງລັດເຊຍ - ຢູແກຼນ.

ບັນດາການນຳຂອງ 27 ປະເທດສະມາຊິກ EU ໄດ້ເນັ້ນໜັກຄຳຮຽກຮ້ອງເຄົາລົບບັນດາຫຼັກການທີ່ມີຢູ່ແລ້ວຂອງຕະຫຼາດລວມ ແລະ ຍົກເລີກບັນດາສິ່ງກີດຂວາງ, ເພື່ອແນໃສ່ຟື້ນຟູບັນດາຄວາມຂາດເຂີນໃຫຍ່ໃນວິກິດການມໍ່ໆມານີ້ ແລະ ຮັບປະກັນເງື່ອນໄຂແກ່ງແຍ້ງຍຸຕິທຳ. ສະພາເອີລົບ ກໍ່ສົ່ງເສີມການນຳໃຊ້ບັນດາເຄື່ອງມືດີຈີຕອນ ໃນພື້ນຖານເສດຖະກິດ, ຍູ້ແຮງການໜູນຊ່ວຍໃຫ້ບັນດາວິສາຫະກິດ ແລະ ອົງການບໍລິຫານໃນ EU ເພື່ອໃຫ້ສະຫະພາບເອີລົບຍາມໃດກໍ່ນຳໜ້າໃນບັນດາຂົງເຂດປັນຍາທຽມ, ຄອມພິວເຕີ, ຈຸລະເອກເລັກໂຕນິກ, ໂທລະຄົມ 6G, ແວບໄຊ 4.0 ແລະ ຄວາມໝັ້ນຄົງທາງອິນເຕີເນັດ.

ຕອບກັບ

ຂ່າວ/ບົດ​ອື່ນ