EU ຍູ້​ໄວ​ຂັ້ນ​ຕອນອອກ​ໃບ​ອະ​ນຸ​ຍາດ​ ໃຫ້ນຳ​ໃຊ້​ຢາ Remdesivir ໃນ​ການ​ປິ່ນ​ປົວ Covid – 19

(VOVWORLD) -ວັນທີ 8 ມິຖຸນາ, ວົງການຄຸ້ມຄອງ ສາທາລະນະສຸກສະຫະພາບເອີລົບ (EU) ໃຫ້ຮູ້ວ່າ ຈະຍູ້ໄວຂັ້ນຕອນອອກໃບອະນຸຍາດສຳລັບຢາ Remdesivir ຕ້ານເຊື້ອໄວຣັດ, ຂອງບໍລິສັດ Gilead Sciences Inc ຂອງອາເມລິກາ, ຄື ຢາຊະນິດໜຶ່ງທີ່ມີຄວາມສາມາດປິ່ນປົວຜູ້ຕິດໂລກລະບາດ Covid – 19 ຢູ່ເອີລົບ. 
EU ຍູ້​ໄວ​ຂັ້ນ​ຕອນອອກ​ໃບ​ອະ​ນຸ​ຍາດ​ ໃຫ້ນຳ​ໃຊ້​ຢາ Remdesivir ໃນ​ການ​ປິ່ນ​ປົວ Covid – 19 - ảnh 1 ຢາ Remdesivir ຕ້ານເຊື້ອໄວຣັດ SARS - CoV - 2 (ພາບ: AFP/TTXVN)

Remdesivir ແມ່ນຢາຊະນິດທຳອິດທີ່ໃຫ້ໝາກຜົນດີພໍສົມຄວນໃນບັນດາການທົດລອງກັບຄົນຢ່າງເປັນທາງການ. ຢູ່ອາເມລິກາ, ອິນເດຍ ແລະ ສ.ເກົາຫຼີ ຢາດັ່ງກ່າວໄດ້ຮັບການອະນຸຍາດນຳໃຊ້ໃນກໍລະນີສຸກເສີນເພື່ອປິ່ນປົວໃຫ້ແກ່ບັນດາຄົນເຈັບທີ່ມີອາການໜັກ. ຢູ່ບາງປະເທດເອີລົບ, ຢານີ້ກໍ່ໄດ້ຮັບການນຳໃຊ້ຕາມບັນດາໂຄງການພິເສດ.

ຕາມແຈ້ງການຂອງອົງການການຢາເອີລົບ (EMA) ຊີ້ແຈ້ງວ່າ ອົງການນີ້ພວມຍູ້ໄວຂັ້ນຕອນຕີລາຄາຜົນປະໂຫຍດ ແລະ ຄວາມສ່ຽງຂອງຢາ ແລະ ຈະຍົກອອກຄຳຕັດສິນໂດຍໄວໃນຊຸມສັບປະດາຈະມາເຖິງ. ຖ້າຫາກວ່າໄດ້ຮັບການອະນຸຍາດແລ້ວ, ຢາ ຂອງ Gilead ຈະແມ່ນຢາປິ່ນປົວຜູ້ຕິດເຊື້ອ Covid – 19 ທຳອິດທີ່ໄດ້ຮັບການນຳໃຊ້ຢູ່ ເອີລົບ.

ຕອບກັບ

ຂ່າວ/ບົດ​ອື່ນ