(vovworld) – ສະຫະພາບເອີລົບ (EU) ໄດ້ເຊີນບັນດາລັດຖະມົນຕີວ່າການກະຊວງພະລັງງານລັດເຊຍ ແລະ ຢູແກຼນ ໄປບຣຸກແຊນ, ປະເທດແບນຊິກ ເພື່ອຈັດການເຈລະຈາ 3 ຝ່າຍກ່ຽວກັບອາຍແກັສ ໃນວັນທີ 02/03 ຈະມາເຖິງ ເພື່ອແນໃສ່ສະກັດກັ້ນບັນດາຄວາມສ່ຽງໃນການສະໜອງອາຍແກັສຂອງລັດເຊຍ ໃຫ້ EU ທີ່ສົ່ງຜ່ານຢູແກຼນ. ຜູ້ຕາງໜ້າ EU ທ່ານ Anna Kaisa Itkonen ຢືນຢັນ ບັດເຊີນໄດ້ຝາກເຖິງບັນດາລັດຖະມົນຕີວ່າການກະຊວງພະລັງານລັດເຊຍ ແລະ ຢູແກຼນ. ໃນຂະນະນັ້ນ, ແຫຼ່ງຂ່າວຂອງສຳນັກຂ່າວສານ TASS (ລັດເຊຍ) ໃຫ້ຮູ້ວ່າ, ທັງການນຳກຸ່ມບໍລິສັດໃຫຍ່ທີ່ 2 Gazprom (ລັດເຊຍ) ແລະ Naftogaz (ຢູແກຼນ) ກໍ່ໄດ້ເຊີນເຂົ້າຮ່ວມການເຈລະຈາຢູ່ບຣຸກແຊນ.
ກ່ຽວກັບດ້ານເນື້ອໃນການເຈລະຈາ, ຜູ້ຕາງໜ້າ EU ໃຫ້ຮູ້ວ່າ: ຈຸດໝາຍຕົ້ນຕໍ່ແມ່ນ EU ຢາກໃຫ້ລັດຊຍ ແລະ ຢູແກຼນ ຮັບປະກັນການປະຕິບັດຖືກຕາມພັນທະຂອງຕົນ ໃນການສະໜອງ ແລະ ສົ່ງອາຍແກັດ ເຖິງເອີລົບ.