EU ແລະ ລາ​ຊະ​ອາ​ນາ​ຈັກ ອັງ​ກິດ​ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື

(VOVWORLD) -     ລາຊະອານາຈັກ ອັງກິດ ແລະ ສະຫະພາບເອີຣົບ (EU) ໄດ້ເຫັນດີຍູ້ແຮງໂຄງການຮ່ວມມື ດ້ວຍການຈັດກອງປະຊຸມສຸດຍອດ ເຊິ່ງຄາດວ່າຈະດຳເນີນໃນຕົ້ນປີໜ້າ ເພື່ອສ້າງຕັ້ງສາຍພົວພັນຄືນໃໝ່. ໃນຖະແຫຼງການຮ່ວມ ທີ່ໄດ້ຍົກອອກມາໃນວັນທີ 02 ຕຸລາ, ທ່ານປະທານຄະນະກຳມະການເອີຣົບ (EC), ນາງ Ursula von der Leyen ແລະ ທ່ານນາຍົກລັດຖະມົນຕີ ອັງກິດ Keir Starmer, ຢັ້ງຢືນວ່າຈະພ້ອມກັນກຳນົດບັນດາຂົງເຂດຮ່ວມມືທີ່ມີຜົນປະໂຫຍດໃຫ້ທັງສອງຝ່າຍ, ລວມ ເສດຖະກິດ, ພະລັງງານ, ຄວາມໝັ້ນຄົງ.

ຢູ່ ບຣຸກແຊນ, ທ່ານນາຍົກລັດຖະມົນຕີ Starmer ໄດ້ມີການພົບປະສອງຝ່າຍຢ່າງເປັນທາງການຄັ້ງທຳອິດ ກັບທ່ານ ປະທານ EC ນາງ von der Leyen ນັບແຕ່ເມື່ອຮັບດຳລົງຕຳແໜ່ງ, ພ້ອມທັງພົບປະກັບທ່ານປະທານສະພາ ເອີຣົບ Charles Michel ແລະ ທ່ານປະທານລັດຖະສະພາເອີຣົບ Roberta Metsola. ນີ້ແມ່ນການກະທຳທີ່ມີລັກສະນະສັນຍາລັກສຳຄັນ ເພື່ອແນໃສ່ປັບປຸງການພົວພັນລະຫວ່າງສອງຝ່າຍ, ພາຍຫຼັງ 8 ປີ ທີ່ ອັງກິດ ຕົກລົງຖອນຕົວອອກຈາກ EU (Brexit). ກ່າວຄຳເຫັນຕໍ່ການພົບປະ, ທ່ານນາງ von der Leyen ໄດ້ເນັ້ນໜັກເຖິງຄວາມເຫັນດີກ່ອນເຫັນພ້ອມໃນບັນດາບັນຫາທົ່ວໂລກ, ສ້າງພື້ນຖານອັນໝັ້ນແກ່ນໃຫ້ແກ່ການພົວພັນສອງຝ່າຍ. ທ່ານນາງ ກໍຮຽກຮ້ອງໃຫ້ປະຕິບັດຂໍ້ຕົກລົງ Brexit, ຂອບເຂດ Windsor ແລະ ຂໍ້ຕົກລົງການຄ້າ ແລະ ການຮ່ວມມື (TCA) ຢ່າງເຂັ້ມງວດ, ພ້ອມທັງຢັ້ງຢືນວ່າ EU ປາດຖະໜາໃຫ້ ລາຊະອາຈາຈັກອັງກິດ ປະຕິບັດບັນດາພັນທະ Brexit ຢ່າງຄົບຖ້ວນ ກ່ອນທີ່ຈະພິຈາລະນາປົວແປງບັນດາເຄື່ອນໄຫວດ້ານເສດຖະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ