EU ແລະ ຫວຽດນາມກ້າວໄປເຖິງການລົງນາມຂໍ້ຕົກລົງການຄ້າເສລີສອງຝ່າຍ
(ພາບປະກອບ)
(vovworld) – ວັນທີ 27/11 ເຄືອຂ່າຍຂ່າວອິນເຕີແນັດຂອງເອີລົບ Euro Presse Image ໄດ້ມີບົດຂຽນດ້ວຍຫົວຂໍ້ວ່າ “ EU - ຫວຽດນາມ: ກ້າວໄປເຖິງການລົງນາມໃນຂໍ້ຕົກລົງການຄ້າເສລີສອງຝ່າຍ ”. ບົດຂຽນໄດ້ເນັ້ນໜັກວ່າ: ພາຍຫຼັງການເຈລະຈາເປັນເວລາ 2 ປີ, ສະຫະພາບເອີລົບ (EU) ແລະ ຫວຽດນາມພວມຄ່ອຍໆກ້າວໄປເຖິງການລົງນາມໃນສັນຍາການຄ້າເສລີສອງຝ່າຍ (EVFTA). EVFTA ໄດ້ຍົກເລີກຮົ້ວພາສີ ແລະ ເປີດປະຕູແຊກຊຶມເຂົ້າຕະຫຼາດຫວຽດນາມໃຫ້ບັນດາວິສາຫະກິດເອີລົບ. ບົດຂຽນດັ່ງກ່າວໃຫ້ຮູ້ວ່າ ດ້ວຍຂອບຂະໜາດ ແລະ ຄວາມສາມາດບົ່ມຊ້ອນການພັດທະນາລົງທຶນຂອງ EU ຫວຽດນາມມີກາລະໂອກາດກາຍເປັນປະເທດທາງຜ່ານເຊື່ອມຕໍ່ໃຫ້ບັນດາການເຄື່ອນໄຫວດ້ານການຄ້າ ແລະ ການລົງທຶນຂອງ EU ໃນພາກພື້ນ ສິ່ງດັ່ງກ່າວຈະຊຸກຍູ້ວິວັດການຫັນປ່ຽນອົງປະກອບເສດຖະກິດ, ຫັນປ່ຽນຮູບແບບການເຕີບໂຕ ຕາມທິດຕັ້ງໜ້າຂອງຫວຽດນາມ. ເລື່ອງສຳເລັດສັນຍາ FTA ຈະຊ່ວຍໃຫ້ຫວຽດນາມເຊື່ອມໂຍງເຂົ້າກັບເສດຖະກິດທົ່ວໂລກສຳເລັດຜົນ ໃນຖານະແມ່ນພື້ນຖານເສດຖະກິດການຕະຫຼາດ.