EUROCHAM: ດັດ​ຊະ​ນີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດຳ​ເນີນ​ທຸ​ລະ​ກິດ​​ເຂົ້າ ຫວຽດ​ນາມ ສືບ​ຕໍ່​ເພີ່ມ​ຂຶ້ນ

(VOVWORLD) -   ວັນທີ 08 ຕຸລາ, ສະຫະສະມາຄົມວິສາຫະກິດ ເອີຣົບ ຢູ່ ຫວຽດນາມ (EuroCham) ໄດ້ປະກາດໃຊ້ບົດລາຍງານດັດຊະນີຄວາມໄວ້ເນື້ອເຊື່ອໃຈດຳເນີນທຸລະກິດໃນໄຕມາດທີ 3 ປີ 2024. 
EUROCHAM: ດັດ​ຊະ​ນີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດຳ​ເນີນ​ທຸ​ລະ​ກິດ​​ເຂົ້າ ຫວຽດ​ນາມ ສືບ​ຕໍ່​ເພີ່ມ​ຂຶ້ນ - ảnh 1ບໍລິສັດ ILD Coffee  ຫວຽດນາມ ຈຳກັດ ທີ່ໄດ້ຮັບການລົງທຶນຈາກວິສາຫະກິດ ເອີຣົບ 2 ແຫ່ງ (ພາບ:TTXVN)

ຕາມນັ້ນແລ້ວ, EuroCham ໃຫ້ຮູ້ວ່າ ດັດຊະນີຄວາມໄວ້ເນື້ອເຊື່ອໃຈດຳເນີນທຸລະກິດທີ່ມີຕໍ່ ຫວຽດນາມ ສືບຕໍ່ເພີ່ມຂຶ້ນ. ບົດລາຍງານຂອງ EuroCham ໃຫ້ຮູ້ວ່າ ດັດຊະນີຄວາມໄວ້ເນື້ອເຊື່ອໃຈດຳເນີນທຸລະກິດໃນໄຕມາດທີ 3 ຂອງ ບັນດາວິສາຫະກິດ ເອີຣົບ ສຳລັບຕະຫຼາດ ຫວຽດນາມ ໄດ້ເພີ່ມຂຶ້ນຫຼາຍພໍສົມຄວນ, ເພີ່ມຂຶ້ນ 52 ຄະແນນ ເມື່ອທຽບໃສ່ 45,1 ຄະແນນໃນໄຕມາດ 3 ຂອງປີກາຍ. ຕາມການສຳຫຼວດຂອງ EuroCham ໄດ້ດຳເນີນແຕ່ວັນທີ 12 ຫາວັນທີ 25 ເດືອນ ກັນຍາ 2024 ໃນ 1.400 ສະມາຊິກ ຂອງສະຫະສະມາຄົມວິສາຫະກິດ ເອີຣົບ ທີ່ພວມດໍາເນີນທຸລະກິດຢູ່ ຫວຽດນາມ. ເຖິງວ່າ ພາຍຸ Yagi ໄດ້ສົ່ງຜົນກະທົບຢ່າງຮ້າຍແຮງເຖິງບາງແຂວງພາກເໜືອ ຫວຽດນາມ ກໍຕາມ, ແຕ່ເກືອບເຄິ່ງໜຶ່ງຈຳນວນວິສາຫະກິດ EU (47,4%) ໄດ້ເຂົ້າຮ່ວມການສຳຫຼວດ ເຊື່ອໝັ້ນວ່າ ເສດຖະກິດມະຫາພາກ ຫວຽດນາມ ຈະມີການປົວແປງໃນໄຕມາດຕໍ່ໄປ. ນອກຈາກນັ້ນ, ມີ 69,3% ຈຳນວນວິສາຫະກິດ EU ຕັ້ງຄວາມຫວັງຕໍ່ກັບສະພາບດຳເນີນທຸລະກິດອັນສະດວກຢູ່ ຫວຽດນາມ ໃນໄລຍະ 05 ປີຂ້າງໜ້າ.

ຕອບກັບ

ຂ່າວ/ບົດ​ອື່ນ