Eurozoneຄາດວ່າຈະສະຫງວນເງິນແຕ່40-50ຕື້ເອີໂລເພື່ອໜູນຊ່ວຍເກຼັກ
(ພາບປະກອບ)
(vovworld) - ວັນທີ 14/07, ເຂົ້າໜ້າທີ່ເອີລົບໃຫ້ຮູ້ວ່າ, ລັດຖະບານບັນດາປະເທດໃຊ້ສະກຸນເງິນລວມເອີລົບ (Eurozone) ຈະສະຫງວນເງິນຈຳນວນແຕ່ 40-50 ຕື້ເອີໂລ ໃຫ້ບ້ວງເງິນໜູນຊ່ວຍດ້ານການເງິນທີ່ແກ່ຍາວເປັນເວລາ 3 ປີໃຫ້ເກຼັກ, ຄາດວ່າຂຶ້ນເຖິງ 86 ຕື້ເອີໂລ. ກອງທຶນເງິນຕາສາກົນຈະປະກອບບ້ວງເງິນໜູນຊ່ວຍກ້ອນໃຫຍ່ອື່ນ ເມື່ອອົງການການເງິນທີ່ມີສຳນັກງານຢູ່ວໍຊິງຕັນ, ອາເມລິກາ ນີ້ ຄາດວ່າຈະປ່ອຍເງິນໃຫ້ເກຼັກ 16 ຕື້ເອີໂລ ໃນໂຄງການໜຶ່ງມີກຳນົດເວລາຮອດເດືອນ 03/2016. ຈຳນວນເງິນຍັງເຫຼືອຈະຫັກຈາກຜົນກຳໄລຂອງບັນດາວິສາຫະກິດເອກະຊົນຂອງເກຼັກ ແລະ ບັນດາຕະຫຼາດການເງິນ.