Eurozoneມຸ່ງໄປເຖິງຂໍ້ຕົກລົງຫລຸດຜ່ອນຫນີ້ສິນໃຫ້ແກ່ເກຼັກ

Eurozoneມຸ່ງໄປເຖິງຂໍ້ຕົກລົງຫລຸດຜ່ອນຫນີ້ສິນໃຫ້ແກ່ເກຼັກ - ảnh 1
ພາບ​ປະ​ກອບ:reuters

(vovworld)- ທີ່ກອງ​ປະ​ຊຸມ​ວິ​ສາ​ມັນ​ລັດ​ຖະ​ມົນ​ຕີ​ການ​ເງິນ ພາກ​ພື້ນ​ໃຊ້​ສະ​ກຸນ​ເງິນ​ລວມ ເອີ​ໂຣ (Eurogroup) ດຳ​ເນີນ​ໃນ​ວັນ​ທີ 9/5  ຢູ່ ບ​ຣຸກ​ແຊ​ນ ປະ​ເທດ​ແບນ​ຊິກ, ລັດ​ຖະ​ມົນ​ຕີ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ໄດ້​ເຫັນ​ດີ​ເປັນ​ເອ​ກະ​ສັນ ມຸ້ງ​ໄປ​ເຖິງ​ການ​ຫລຸດ​ຜ່ອນ​ຫນີ້​ສິນ​ໃຫ້​ແກ່ ເກຼັກ ແລະ ຫວັງ​ວ່າ ຂໍ້​ຕົກ​ລົງ​ປ່ອຍ​ບ້ວງ​ເງິນ​ກູ້​ຊ່ວຍ​ໃຫ​ມ່ ຈະ​ໄດ້​ຮັບ​ຮອງ​ເອົາ​ທີ່ກອງ​ປະ​ຊຸມ​ຂອງ Eurogroup ຊື່ງ​ຈະ​ດຳ​ເນີນ​ໃນ​ວັນ​ທີ 24/5 ຈະ​ມາ​ເຖິງ. ກອງ​ປະ​ຊຸມ​ເມື່ອ​ວັນ​ທີ 9/5 ເພື່ອ​ແນ​ໃສ່​ຕີ​ລາ​ຄາ​ບັນ​ດາ​ການ​ປະ​ຕິ​ຮ​ູບ ຊື່ງ​ສະ​ພາ​ແຫ່ງ​ຊາດ ເກຼັກ ຫາກໍ່​ຮັບ​ຮ​ອງ​ເອົາ​ມີ​ສ່ວນ​ກ່ຽວ​ຂ້ອງ​ເຖິງ​ການ​ອຸດ​ຫນູນ​ເງິນ​ບຳ​ນານ ແລະ ອາ​ກອນ. Athen ຫວັງ​ວ່າ ບັນ​ດາ​ການ​ປະ​ຕິ​ຮູບນ​ີ້ ຈະ​ອະ​ນຸ​ຍາດ​ບັນ​ລຸ​ບ້ວງ​ເງິນ​ຫນູນ​ຊ່ວຍ​ໃຫມ່​ຈາກ​ບັນ​ດາ​ເຈົ້າ​ຫນີ້​ໃນ​ຂອບ​ເຂດ​ບ້ວງ​ຫນູນ​ຊ່ວຍ​ທີ 3 ລວມ​ມູນ​ຄ່າ 86 ຕື້ ເອີ​ໂຣ ໂດ​ຍກອງ​ທຶນ​ເງິນ​ຕາ​ສາ​ກົນ ແລະ ສະ​ຫະ​ພາບ​ເອີ​ລົບ ຮັບ​ຮູ້​ເມື່ອ​ລະ​ດູ​ຮ້ອນ​ປີ​ກາຍນີ້ ກໍ​ຄື ບັນ​ລຸ​ບັນ​ດາ​ການ​ຫລຸດ​ຜ່ອນ​ຫນີ້​ສິນ.

ຕອບກັບ

ຂ່າວ/ບົດ​ອື່ນ