ທ່ານລັດຖະມົນຕີວ່າການກະຊວງພາຍໃນຝລັ່ງ Bernard Cazeneuve
(ພາບ: Getty)
(vovworld) – ໃນການປະຊຸມດ່ວນຢູ່ບຣຸກແຊນ, ປະເທດແບນຊິກ, ໃນວັນທີ 20/11, ບັນດາລັດຖະມົນຕີກະຊວງພາຍໃນ ແລະ ຍຸຕິທຳສະຫະພາບເອີລົບ (EU) ໃຫ້ຄຳໝັ້ນສັນຍາສາມັກຄີກັບຝລັ່ງ ພາຍຫຼັງເຫດບຸກໂຈມຕີທີ່ນອງເລືອດຢູ່ປາຣີ, ພ້ອມທັງເຫັນດີກັບບັນດາມາດຕະການໃໝ່ເພື່ອຮັດແໜ້ນຄວາມສະຫງົບປອດໄພຢູ່ເຂດຊາຍແດນ ແລະ ຄວບຄຸມການນຳໃຊ້ປືນ. ທ່ານລັດຖະມົນຕີວ່າການກະຊວງພາຍໃນຝລັ່ງ Bernard Cazeneuve ໃຫ້ຮູ້ວ່າ, EU ຈະຊຸກຍູ້ບັນດາຂໍ້ສະເໜີປ່ຽນແປງທີ່ສຳຄັນສຳລັບຂໍ້ກຳນົດໄປມາຢ່າງເສລີໃນກຸ່ມ Schengen, ເຊິ່ງຕາມນັ້ນແລ້ວ, ຈະອະນຸຍາດໄຫ້ກວດກາຄົນໄປມາຜ່ານຊາຍແດນ, ນັບທັງພົນລະເມືອງເອີລົບຢ່າງມີລະບົບ ແລະ ບັງຄັບຢູ່ຊາຍແດນທຸກແຫ່ງ. ທ່ານ Cazeneuve ເນັ້ນໜັກວ່າ, “ນີ້ແມ່ນການປ່ຽນແປງຕົ້ນຕໍ່”, ພ້ອມທັງໃຫ້ຮູ້ວ່າ, ຄະນະກຳມະການເອີລົບ ໄດ້ເຫັນດີໃນທ້າຍປີນີ້ ຈະຍົກອອກແຜນການປະຕິຮູບຂໍ້ກຳນົດກ່ຽວກັບການໄປມາຢ່າງເສລີໃນກຸ່ມນີ້.