EUແລະອາເມລິກາຮັບຮອງເອົາຂອບເຂດນິຕິທຳກ່ຽວກັບເລື່ອງໃຫ້ຍົກເລີກບັນດາຄຳສັ່ງລົງໂທດອີຣານ
ປະທານາທິບໍດີອາເມລິກາ Barack Obama
(ພາບປະກອບ: CNN)
(vovworld) – ວັນທີ 18/10, ປະທານາທິບໍດີອາເມລິກາ Barack Obama ໄດ້ລົງນາມໃນລັດຖະດຳລັດ ອອກຄຳສັ່ງໃຫ້ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ John Kerry ແລະ ລັດຖະມົນຕີການເງິນອາເມລິກາ ກະກຽມຍົກເລີກການນຳໃຊ້ບາງມາດຕະການລົງໂທດສຳລັບອີຣານ. ໂຄສົກກະຊວງການຕ່າງປະເທດອາເມລິກາ ໃຫ້ຮູ້ວ່າ, ເລື່ອງຍົກເລີກການນຳໃຊ້ບັນດາມາດຕະການລົງໂທດ ແມ່ນບາດກ້າວທີ່ມີລັກສະນະລະບຽບການ, ບົນພື້ນຖານຂັ້ນຕອນຂອງຂໍ້ຕົກລົງ, ຫາກບໍ່ແມ່ນຍ້ອນບັນດາການເຄື່ອນໄຫວຂອງອີຣານ, ສະນັ້ນ, ມັນພຽງແຕ່ມີຜົນສັກສິດເມື່ອອົງການພະລັງງານປະລະມານູສາກົນ (IAEA) ຢັ້ງຢືນວ່າ ອີຣານ ໄດ້ປະຕິບັດບັນດາຄຳໝັ້ນສັນຍາສະກັດກັ້ນໂຄງການນິວເຄຼຍ ເທົ່ານັ້ນ.
ຫຼັງຈາກນັ້ນ, EU ກໍຮັບຮອງເອົາຂອບເຂດນິຕິກຳໃຫ້ເລື່ອງຍົກເລີກບັນດາມາດຕະການລົງໂທດອີຣານ, ເຖິງວ່າຂໍ້ຕົກລົງນີ້ຈະມີຜົນສັກສິດພາຍຫຼັງ ເຕເຣຣານ ປະຕິບັດບັນດາຄຳໝັ້ນສັນຍາໃນຂໍ້ຕົກລົງນິວເຄຼຍປະຫວັດສາດ ທີ່ບັນລຸໄດ້ເມື່ອເດືອນ 07 ຜ່ານມາ.