EVFTAຈະຊຸກຍູ້ການຄ້າ,ການລົງທຶນແລະການເຕີບໂຕເສດຖະກິດຂອງຫວຽດນາມ

EVFTAຈະຊຸກຍູ້ການຄ້າ,ການລົງທຶນແລະການເຕີບໂຕເສດຖະກິດຂອງຫວຽດນາມ - ảnh 1
ພິທີລົງນາມໃນສັນຍາການຄ້າເສລີ EVFTA
(ພາບ: moit.gov.vn)

(vovworld) - ຕອນ​ເຊົ້າ​ວັນ​ທີ 01/03 ຢູ່​ຮ່າ​ໂນ້ຍ, ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ຫວຽດນາມ ສົມທົບ​ກັບ​ສະຖານທູດ​ລາຊະ​ອານາຈັກ ອັງກິດ ​ແລະ ​ໄອ​ແລນ​ເໜືອ ປະຈຳ ຫວຽດນາມ ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ດ້ວຍ​ຫົວ​ຂໍ້​ວ່າ: “ກວດກາ​ກົດໝາຍ ຫວຽດນາມ ດ້ວຍ​ບັນດາ​ຄຳ​ໝັ້ນ​ສັນຍາ​ກ່ຽວ​ກັບຊັບ​ສິນ​ທາງ​ປັນຍາ​ໃນ​ສັນຍາ​ການ​ຄ້າ​ເສລີ​ ຫວຽດນາມສະຫະພາບ​ເອີ​ລົບ (EVFTA)”. ຜ່ານ​ການ​ກວດກາ​ກໍ່​ເຫັນ​ວ່າ, ກົດໝາຍ​ຂອງ​ ຫວຽດນາມ​ທີ່​ພວມ​ປະກາດ​ໃຊ້​ນັ້ນ ​ແມ່ນ​ສົມ​ກັບ​ຄຳ​ໝັ້ນ​ສັນຍາ​ສ່ວນ​ຫຼາຍ​ກ່ຽວ​ກັບ​ຊັບ​ສິນ​ທາງ​ປັນຍາ​ໃນ​ສັນຍາດັ່ງກ່າວ. ທ່ານ Andrew Holt, ​ເລຂາ​ທີ​ໜຶ່ງ ສະຖານທູດ​ ອັງກິດ​ປະຈຳ​ ຫວຽດນາມ ຖື​ວ່າ:

        “ຫວຽດນາມ ​ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ ​ເຂົ້າ​ໃນ​ພື້ນຖານ​ເສດຖະກິດ​ໂລກ, ສັນຍາ​ການ​ຄ້າ​ເສລີ ຫວຽດນມ - ສະຫະພາບ ​ເອີ​ລົບ ​ໄດ້​ຮັບ​ການ​ປະຕິບັດ ຈະ​ຊຸກຍູ້​ດ້ານ​ການ​ຄ້າ, ການ​ລົງທຶນ ​ແລະ ​ການເຕີບ​ໂຕ​ເສດຖະກິດ​ຂອງ 28 ປະ​ເທດ​ພາຄີ​ຂອງ ອີ​ຢູ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ປະຈຸ​ບັນ​ການ​ປະຕິບັດ​ຊັບ​ສິນ​ທາງ​ປັນຍາ ຍັງ​ຄົງ​ແມ່ນ​ການ​ທ້າ​ທາຍ​ໃຫຍ່​ສຳລັບບັນດາ​ວິ​ສາ​ຫະກິດ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ ທີ່​ພວມ​ເຄື່ອນ​ໄຫວ​ດຳ​ເນີນ​ທຸລະ​ກິດ​ຢູ່​ຫວຽດນາມ“

 

 

ຂ່າວ/ບົດ​ອື່ນ