Festival ຊາ ທາຍງວຽນ,ຫວຽດນາມຄັ້ງທີ 3 ປີ 2015
Festival ຊາ ທາຍງວຽນ
|
(vovworld)- ພິທີໄຂ Festival ຊາ ທາຍງວຽນ -ຫວຽດນາມ ຄັ້ງທີ 3 ປີ 2015 ໄດ້ດຳເນີນໄປໃນຕອນຄ່ຳວັນທີ 26/11 ຢູ່ ແຂວງ ທາຍງວຽນ. Festival ຊາ ຄັ້ງນີ້ ໄດ້ປະກອບສ່ວນໂຄສະນາພາບພົດການທ່ອງທ່ຽວ, ວັດທະນະທຳ ຂອງ ທາຍງວຽນ ເຖິງວົງຄະນາຍາດພາຍໃນປະເທດແລະເພື່ອນມິດສາກົນ.
ກ່າວຄຳເຫັນທີ່ພິທີໄຂ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຊື່ອໝັ້ນວ່າ ຜ່ານບັນດາການເຄື່ອນໄຫວແທດຈິງ ຢູ່ Festival ຊາ ທາຍງວຽນ ຄັ້ງທີ 3, ຂະແຫນງຊາ ຫວຽດນາມ ສືບຕໍ່ພັດທະນາກວ່າອີກ.
“ຂ້າພະເຈົ້າເຊື່ອໝັ້ນວ່າ ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ທາຍງວຽນ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມ, ຕັດສິນໃຈຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ກໍ່ສ້າງ ແຂວງ ທາຍງວຽນ ໃຫ້ກາຍເຫັນເຂດ ອຸດສາຫະກຳ ຕາມທິດທັນສະໄຫມ, ປະກອບສ່ວນສຳຄັນເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.”