Festival ຫວຽດນາມ 2014 ຈະຈັດຂຶ້ນຢູ່ຍີ່ປຸ່ນ ແຕ່ວັນທີ 13 – 14/09

Festival ຫວຽດນາມ 2014 ຈະຈັດຂຶ້ນຢູ່ຍີ່ປຸ່ນ ແຕ່ວັນທີ 13 – 14/09 - ảnh 1
ທ່ານ​ເອກ​ອັກຄະ​ລັດຖະ​ທູ​ດຫວຽດນາມ ປະຈຳ​ຍີ່ປຸ່ນ ດ່ວານ​ຊວນ​ຮື​ງ
(ພາບ: Vietnam+)


(vovworld) – ທີ່​ການ​ປະຊຸມ​ຂ່າວ​​ໃນ​ຕອນ​ບ່າຍ​ວັນ​ທີ 26/08, ຢູ່​ໂຕ​ກຽວ, ປະ​ເທດ​ຍີ່​ປຸ່ນ, ຄະນະ​ຈັດ​ຕັ້ງງານ​ບຸນ​ຫວຽດນາມ ​ໃຫ້​ຮູ້​ວ່າ Festival ຫວຽດນາມ 2014 ຈະ​ຖືກຈັດ​ຂຶ້ນ​ຢູ່​ສວນສາທາລະນະ Yoyogi, ປະ​ເທດ​ຍີ່ປຸ່ນ ດ້ວຍ​ຫົວ​ຂໍ້​ວ່າ “ຮ່ວມ​​ແຮງ​ຮ່ວມ​ໃຈ”. ທ່ານ​ເອກ​ອັກຄະ​ລັດຖະ​ທູ​ດຫວຽດນາມ ປະຈຳ​ຍີ່ປຸ່ນ ດ່ວານ​ຊວນ​ຮື​ງ, ​ຫົວ​ໜ້າ​ຄະນະ​ຈັດ​ຕັ້ງ, ​ປະທານ​ຮ່ວມງານ​ບຸນ​ຫວຽດນາມ ຫວັງ​ວ່າ Festival ຫວຽດນາມ 2014 ຈະ​ສືບ​ຕໍ່​ປະກອບສ່ວນສຳຄັນ​ເຂົ້າ​ໃນ​ສາຍ​ພົວພັນ​ທີ່​ສະໜິດສະໜົມ​ລະຫວ່າງ​ລັດຖະບານ ​ແລະ ປະຊາຊົນ 2 ປະ​ເທດ​ຫວຽດນາມ - ຍີ່ປຸ່ນ.

        ຕາມ​ແຫຼ່ງ​ຂ່າວ​ຈາກ​ຄະນະ​ຈັດ​ຕັ້ງ​ງານ​ບຸນ​ໃຫ້​ຮູ້​ວ່າ, ງານ​ບຸນ​ປີ​ນີ້​ຈະ​ມີ​ຮ້ານ​ວາງສະ​ແດງ 98 ຮ້ານ, ລວມມີຮ້ານ​ອາຫານ, ຮ້ານ​ວາງສະ​ແດງ​ສິນຄ້າ, ​ເຄື່ອງສິນລະປະ​ຫັດ​ຖະ​ກຳ 49 ຮ້ານ ຈຸດ​ພິ​ເສດ​ຂອງ​ງານ​ບຸນປີ 2014 ​ແມ່ນ​ລາຍການສະ​ແດງ​ລະຄອນ​ຕຸກກະຕາ​ນ້ຳ ​ໂດຍ​ບັນດາ​ນັກ​ສິລະ​ປະຫວຽດນາມ ສະ​ແດງ. ຄະນະ​ຈັດ​ຕັ້ງ​ຫວັງ​ວ່າ Festival ຫວຽດນາມ 2014 ຈະ​ດຶງ​ດູດ​ຜູ້​ມາ​ຊົມກວ່າ 150.000 ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ 20.000 ​ເທື່ອ​ຄົນ​​ເມື່ອ​ທຽບ​ໃສ່​ປີ 2013.

ຂ່າວ/ບົດ​ອື່ນ