Festival ແຂ່ງມ້າເຂດພູພຽງຂາວ ບັກຮ່າ - ວັດທະນະທຳເປັນຫລາຍຮູບຫລາຍແບບ, ຄວາມສາມັກຄີປະຊາຊົນບັນດາເຜົ່າ
(VOVWORLD) - ວັນທີ 15 ພຶດສະພາ, ຄະນະກຳມະການປະຊາຊົນເມືອງ ບັກຮ່າ, ແຂວງ ລາວກາຍ ໄດ້ສົມທົບກັບພະແນກວັດທະນະທຳ - ກິລາ ແລະ ທ່ອງທ່ຽວແຂວງ ລາວກາຍ ໄດ້ຖະແຫຼງຂ່າວໃຫ້ຜູ້ຕາງໜ້າບັນດາສຳນັກຂ່າວສານ, ສື່ມວນຊົນຮັບຊາບກ່ຽວກັບການຈັດຕັ້ງ Festival ແຂ່ງມ້າເຂດພູພຽງຂາວ ບັກຮ່າ ປີ 2019.
ດ້ວຍສານທີ່ວ່າ: “Festival ແຂ່ງມ້າເຂດພູພຽງຂາວ ບັກຮ່າ - ສັນຍາລັກຂອງວັດທະນະທຳຫລາຍຮູບຫລາຍແບບ ແລະ ຄວາມສາມັກຄີປະຊາຊົນບັນດາເຜົ່າ”, Festival ແຂ່ງມ້າເຂດພູພຽງຂາວ ບັກຮ່າ ປີ 2019 ຈະດຳເນີນແຕ່ວັນທີ 31 ພຶດສະພາ - ວັນທີ 09 ມິຖຸນາ 2019.
ທີ່ກອງປະຊຸມ (ພາບ:laocai.gov.vn) |
ທີ່ Festival ຈະດຳເນີນບັນດາການເຄື່ອນໄຫວວັດທະນະທຳ, ກິລາທີ່ເປັນເອກະລັກສະເພາະຄື: ການແຂ່ງມ້າພື້ນເມືອງເປີດກ້ວາງ, ງານບຸນຕົ້ນໝາກໝັ້ນ ແລະ ການທ່ອງທ່ຽວຖີບລົດໄປຊົມສວນ ແລະ ເກັບໝາກໝັ້ນ…