Festivalເຫ໋ວປີ2016 ຖືກຈັດຂຶ້ນກົງກັບວັນບຸນ 30/4
Festival ເຫ໋ວ ປີ 2014 (ພາບ: TTXVN)
(vovworld) - Festival ເຫ໋ວ ປີ 2016 ມີຫົວຂໍ້ວ່າ “710 ປີ ທ້ວນຮ໋ວາ - ຊວນຟູ໋ - ເທື່ອທຽນ - ເຫ໋ວ; ມໍລະດົກວັດທະນະທຳກັບການເຊື່ອມໂຍງ ແລະ ພັດທະນາ“ ດຳເນີນໃນລະຫວ່າງວັນທີ 29/4-4/5, ກົງກັບໂອກາດວັນບຸນ 30/4-1/5 ຂອງຫວຽດນາມ. ຂໍ້ມູນດັ່ງກ່າວຖືກຍົກອອກມາໃນການປະຊຸມຂ່າວ ໂດຍກະຊວງວັດທະນະທຳ, ກິລາ ແລະການທ່ອງທ່ຽວ, ກະຊວງການຕ່າງປະເທດ ແລະຄະນະກຳມະການປະຊາຊົນແຂວງ ເທື່ອທຽນເຫ໋ວຈັດຕັ້ງໃນຕອນເຊົ້າວັນທີ 1/12 ຢູ່ ຮ່າໂນ້ຍ. Festival ເຫ໋ວປີ 2016 ແມ່ນແຫ່ງເຕົ້າໂຮມ, ແລກປ່ຽນລາຍການສິລະປະທີ່ດີເດັ່ນ, ເຂັ້ມຄົ້ນໄປດ້ວຍສີສັນວັດທະນະທຳອື່ນໆຢູ່ໃນໂລກ, ມໍລະດົກວັດທະນະທຳສິລະປະຫວຽດນາມ, ພິເສດແມ່ນວັດທະນະທຳ ເຫ໋ວ. Festival ເຫ໋ວ ປີ 2016 ນີ້ມີການເຂົ້າຮ່ວມຂອງ 53 ໂຮງລະຄອນ, ຄະນະສິລະປະ, ວົງການສິລະປະຂອງຫວຽດນາມ ແລະ 60 ກວ່າຄະນະສິລະປະທີ່ມາຈາກ 47 ປະເທດໃນໂລກ.