FTA ຫວຽດນາມ - ສະຫະພັນເສດຖະກິດ ອາຊີ - ເອີລົບ : ບາດກ້າວບຸກທະລຸດ້ານເສດຖະກິດການຄ້າ


FTA ຫວຽດນາມ - ສະຫະພັນເສດຖະກິດ ອາຊີ - ເອີລົບ : ບາດກ້າວບຸກທະລຸດ້ານເສດຖະກິດການຄ້າ - ảnh 1
ສັນ​ຍາ​ການ​ຄ້າ​ເສ​ລີ​ ລະ​ຫວ່າງ​ຫວຽດ​ນາມ ແລະ ສະ​ຫະ​ພັນ​ເສດ​ຖະ​ກິດ ອາ​ຊີ - ເອີ​ລົບ ໄດ້​ຮັບ​ການ​ລົງ​ນາມ​ເມື່ອ​ຕອນ​ຄ່ຳ​ວັນ​ທີ 29/5

(vovworld)- ສັນ​ຍາ​ການ​ຄ້າ​ເສ​ລີ​ ລະ​ຫວ່າງ​ຫວຽດ​ນາມ ແລະ ສະ​ຫະ​ພັນ​ເສດ​ຖະ​ກິດ ອາ​ຊີ - ເອີ​ລົບ ໄດ້​ຮັບ​ການ​ລົງ​ນາມ​ເມື່ອ​ຕອນ​ຄ່ຳ​ວັນ​ທີ 29/5 ຢູ່​ແຂວງ ບູ​ຣາ​ບາຍ ປະ​ເທ​ດ ກາ​ຊັກ​ສະ​ຖານ, ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ພ້ອມ​ກັບນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງ 5 ປະ​ເທດ: ລັດ​ເຊຍ, ເບ​ລາ​ຣຸດ, ກາ​ຊັກ​ສ​ຖານ, ອັກ​ເມ​ເນຍ, ກິຣ​ກິດ​ສະ​ຖານ ແລະ ປະ​ທານ​ຄະ​ນະ​ປະ​ຈຳ​ຄະ​ນະ​ກຳ​ມາ​ທິ​ການ​ເສດ​ຖະ​ກິດ ອາ​ຊີ - ເອ​ລົບ. ກ່າວ​ຄຳ​ເຫັນ​ທີ່​ຢູ່​ທີ່​ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ເຕີ້​ຢຸງ ກ່າວ​ວ່າ :

     “ ສັນ​ຍານີ້​ສະ​ແດງ​ໃຫ້​ເຫັນ​ວິ​ໄສທັດຍຸດ​ທະ​ສາດ​ຂອງ​ສະ​ຫະ​ພັນ​ກ່ຽວ​ກັບ​ກ​ານ​ພັດ​ທະ​ນາການ​ຮ່ວມ​ມື​ກັບ​ພາກ​ພື້ນ​ອາ​ຊີ - ປາ​ຊີ​ຟິກ​ທີ່​ຂະ​ຫຍັນ​ຂັ່ນ​ເຄື່ອນ, ຊຶ່ງ​ແມ່ນ​ກຳ​ລັງ​ໜູນ​ຂອງ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ທົ່ວ​ໂລກ. ດ້ວຍ​ໂຄງ​ປະ​ກອບ​ເສດ​ຖະ​ກິດ, ສິນ​ຄ້າ​ທີ່​ເພີ່ມ​ເຕີມ​ໃຫ້​ກັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ສະ​ຫະ​ພັນ, ສັນ​ຍາ​ການ​ຄ້າ​ເສ​ລີ​ຈະ​ປະ​ກອບ​ສ່ວນ​ສຳ​ຄັນ​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ແຕ່​ລະ​ປະ​ເທດ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ການ​ຄ້າ, ການ​ບໍ​ລິ​ການ, ການ​ລົງ​ທຶນ 2 ຝ່າຍ ແລະ ເປີດ​ກ້​ວາງ​ການ​ພົວ​ພັນ​ຮ່ວມ​ມື​ໃນ​ພາກ​ພື້ນ. ຫວຽດ​ນາມ​ຈະ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ໃຫ້​ສະ​ຫະ​ພັນ​ເສດ​ຖະ​ກິດ ອາ​ຊີ - ເອີ​ລົບ​ເປີດ​ກ້ວ​າງ​ການ​ພົວ​ພັນ​ກັບ​ອາ​ຊຽນ  ”

   ກ່ອນ​ໜ້ານັ້ນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ໄດ້​ມີ​ການ​ພົບ​ປະ​ກັບ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງ 5 ປະ​ເທດ: ລັດ​ເຊຍ, ເບ​ລາ​ຣຸດ, ກາ​ຊັກ​ສ​ຖານ, ອັກ​ເມ​ເນຍ, ກິຣ​ກິດ​ສະ​ຖານ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ຢືນ​ຢັນ​ວ່າ ຫວຽດ​ນາມ​ຊົມ​ເຊີຍ ແລະ ພ້ອມ​ແລ້ວ​ທີ່​ຈະ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ບັນ​ດາ​ນັກ​ລົງ​ທຶນ​ທີ່​ມາ​ຈາກສະ​ຫະ​ພັນ​ເສດ​ຖະ​ກິດ ອາ​ຊີ - ເອີ​ລົບ ໃນ​ບັນ​ດາ​ຂົງ​ເຂດ​ທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຄື: ຂຸດ​ຄົ້ນ​ແຮ່​ທາດ, ປຸງ​ແຕ່ງ​ແຮ່​ທາດ, ພະ​ລັງ​ງານ, ທາດ​ເຄ​ມີ, ທ່ອງ​ທ່ຽວ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ເນັ້ນ​ໜັກ​ວ່າ ຫວຽດ​ນາມ​ຫວັງ​ຍູ້​ແຮງ ແລະ ເປີດ​ກ້​ວາງ​ການ​ລົງ​ທຶນ​ໄປ​ຍັງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກສະ​ຫະ​ພັນ​ເສດ​ຖະ​ກິດ ອາ​ຊີ - ເອີ​ລົບໃນ​ບັນ​ດາ​ຂົງ​ເຂດ​ທີ່​ມີ​ທ່າ​ແຮງ…

        ໃນ​ວັນ​ດຽວ​ກັນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກາ​ຊັກ​ສ​ຖານ Karim massimov , ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ຢືນ​ຢັນ​ວ່າ ຫວຽດ​ນາມ​ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່​ພັດ​ທະ​ນາ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່​າງ ໒ ປະ​ເທດ ແລະ ຖື​ປະ​ເທດນີ້​ແມ່ນ​ຄູ່​ຮ່ວມ​ມື​ທີ່​ສຳ​ຄັນ​ຢູ່​ອາ​ຊີ​ກາງ.

    ແລະ ກໍ​ໃນ​ຕອນ​ຄ່ຳ​ວັນ​ທີ 29/5, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ໄດ້​ມີ​ການ​ພົບ​ປະ​ກັບນາ​ຍົກ​ລັດ​ຖະ​ມົນ​ຕີ​ ກິຣ​ກິດ​ສະ​ຖານ Sariev . ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ຢືນ​ຢັນ​ວ່າ ຍາມ​ໃດ​ຫວຽດ​ນາມ​ກໍຖື​ປະ​ເທດນີ້​ແມ່ນ​ຄູ່​ຮ່ວມ​ມື​ທີ່​ສຳ​ຄັນ​ຢູ່​ອາ​ຊີ​ກາງ ແລະ ຫວັງ​ຢາກ​ພັດ​ທະ​ນາ​ການ​ພົວ​ພັນ​ຮ່ວມ​ມືຫຼາຍ​ດ້ານ​ກັບ ກິຣ​ກິດ​ສະ​ຖານ.
ຂ່າວ/ບົດ​ອື່ນ