G 20 ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ເພື່ອຫຼຸດຜ່ອນຄວາມ​ສ່ຽງ​ ​ເສດ​ຖະ​ກິດ​ທົ່ວ​ໂລກຖືກຊຸດ​ໂຊມໃນ​ລະ​ດັບ​ຕຳ​ສຸດ

(VOVWORLD) -ກ່ຽວກັບໂຄງການແກ່ຍາວກຳນົດເລລາໜິ້ສິນຂອງ G20 ໜູນຊ່ວຍບັນດາປະເທດຕ້ານໂລກລະບາດ Covid – 19, ລັດຖະມົນຕີການເງິນ ແລະ ຜູ້ວ່າການບັນດາທະນາຄານສູນກາງຂອງກຸ່ມໃຫ້ຮູ້ວ່າ ໄດ້ຮັບຄຳຮຽກຮ້ອງແກ່ກຳນົດເວລາໜິ້ສິນສຳລັບບ້ວງເງິນກູຢຶນທີ່ມີມູນຄ່າ 5,3 ຕື້ USD ຈາກ 42 ປະເທດພວມພັດທະນາ.
G 20 ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ເພື່ອຫຼຸດຜ່ອນຄວາມ​ສ່ຽງ​ ​ເສດ​ຖະ​ກິດ​ທົ່ວ​ໂລກຖືກຊຸດ​ໂຊມໃນ​ລະ​ດັບ​ຕຳ​ສຸດ - ảnh 1ກອງປະຊຸມອອນລາຍຂອງ G20 ໃນວັນທີ 26ມີນາ2020( ພາບ: TTXVN) 

ວັນທີ 19 ກໍລະກົດ ສິ້ນສຸດກອງປະຊຸມທາງອອນລາຍໂດຍ ອາຣັບບິ ຊາອຸດິ ເປັນປະເທດເຈົ້າພາບ, ລັດຖະມົນຕີກະຊວງການເງິນກຸ່ມ 20 ພື້ນຖານເສດຖະກິດ ພັດທະນາ ແລະ ຫາກໍ່ພົ້ນເດັ່ນຢູ່ແຖວໜ້າໂລກ (G20) ໄດ້ຍົກອອກຖະແຫຼງການຮ່ວມ, ໃນນັ້ນໄດ້ໃຫ້ຂໍ້ສັງເກດວ່າ ພື້ນຖານເສດຖະກິດທົ່ວໂລກໃນປີ 2020 ຈະຖືກຫຼຸດລົງຢ່າງແຮງຍ້ອນຜົນສະທ້ອນຂອງໂລກລະບາດ Covid – 19 ແລະ ໃຫ້ຄຳໝັ້ນສັນຍາວ່າກຸ່ມຈະປະຕິບັດທຸກສິ່ງທຸກຢ່າງ ເພື່ອສາມາດຫຼຸດຜ່ອນຄວາມສ່ຽງເສດຖະກິດຊຸດໂຊມ. ຖະແຫຼງການຮ່ວມໄດ້ຍົກອອກຢ່າງຈະແຈ້ງວ່າ G20 ຈະສືບຕໍ່ນຳໃຊ້ທຸກໆເຄື່ອງມືນະໂຍບາຍທີ່ມີຢູ່ແລ້ວ ເພື່ອປົກປ້ອງຊີວິດການເປັນຢູ່, ວຽກເຮັດງານທຳ, ລາຍຮັບຂອງປະຊາຊົນ, ໜູນຊ່ວຍການຟື້ນຟູເສດຖະກິດທົ່ວໂລກ ແລະ ເພີ່ມທະວີລະບົບການເງິນ, ເຖິງວ່າແງ່ຫວັງດ້ານການເງິນບໍ່ມີຄວາມແນ່ນອນກໍ່ຕາມ.

ກ່ຽວກັບໂຄງການແກ່ຍາວກຳນົດເລລາໜິ້ສິນຂອງ G20 ໜູນຊ່ວຍບັນດາປະເທດຕ້ານໂລກລະບາດ Covid – 19, ລັດຖະມົນຕີການເງິນ ແລະ ຜູ້ວ່າການບັນດາທະນາຄານສູນກາງຂອງກຸ່ມໃຫ້ຮູ້ວ່າ ໄດ້ຮັບຄຳຮຽກຮ້ອງແກ່ກຳນົດເວລາໜິ້ສິນສຳລັບບ້ວງເງິນກູຢຶນທີ່ມີມູນຄ່າ 5,3 ຕື້ USD ຈາກ 42 ປະເທດພວມພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ