ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານາທິບໍດີ
ອາເມລິກາ B. Obama
ພາບ:(EPA/ TTXVN)
|
(vovworld)- ວັນທີ 5/9, ປະທານາທິບໍດີ ລັດເຊຍ Vladimir Putin ໄດ້ຈັດການປະຊຸມຂ່າວແຈ້ງໝາກຜົນກອງປະຊຸມສຸດຍອດ ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍພົ້ນເດັ່ນຂຶ້ນ G 20 ຫາກໍ່ສິ້ນສຸດຢູ່ ນະຄອນ ຮາງເຈົາ (ຈີນ) ເມື່ອຕີລາຄາລວມກ່ຽວກັບກອງປະຊຸມສຸດຍອດ G20, ປະທານາທິບໍດີ Vladimir Putin ຖືວ່າ ກອງປະຊຸມໄດ້ເຮັດວຽກຢ່າງເຂັ້ມງວດ ແລະ ປຶກສາຫາລືຫລາຍເນື້ອໃນ, ໃນນັ້ນສ່ອງແສງໃຫ້ເຫັນສິດຜົນປະໂຫຍດຂອງບັນດາປະເທດເຂົ້າຮ່ວມກອງປະຊຸມ. ຕາມທ່ານ ປະທານາທິບໍດີ Vladimir Putin ແລ້ວ, ເຖິງວ່າບໍ່ຍົກອອກບັນດາຂໍ້ຕົກລົງຜູກມັດດ້ານນິຕິກຳສອງຝ່າຍ ກໍຕາມ ແຕ່ G20 ຍັງຍົກອອກບັນດາທິດທາງເພື່ອພັດທະນາການຮ່ວມມືສາກົນ.
ສ່ວນປະເທດເຈົ້າພາບຈີນ, ປະທານາທິບໍດີ Vladimir Putin ຢືນຢັນວ່າ: ປະຈຸບັນ ຈີນ ພວມແມ່ນຄູ່ຮ່ວມມືດ້ານເສດຖະກິດ, ການຄ້າໃຫຍ່ກວ່າໝູ່ຂອງລັດເຊຍ ແລະ ສອງຝ່າຍພວມມີການປ່ຽນແປງໂຄງປະກອບວົງເງິນການຄ້າສອງຝ່າຍ ຕາມທິດເພີ່ມອຸປະກອນກົນຈັກລັດເຊຍ ສົ່ງອອກໄປຍັງຈີນ.
ກ່ຽວກັບການພົວພັນກັບບັນດາປະເທດ, ພິເສດແມ່ນ ອາເມລິກາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໃຫ້ຮູ້ວ່າ: ອາເມລິກາ ແມ່ນຫນຶ່ງໃນບັນດາຄູ່ຮ່ວມມືຫລັກແຫລ່ງຂອງລັດເຊຍໃນຂົງເຂດປ້ອງກັນຄວາມສະຫງົບ ແລະ ທັງບັນດາບັນຫາອື່ນອີກ. ການພົວພັນລັດເຊຍ ແລະ ຕວກກີ ປະຈຸບັນ ພວມໄດ້ຮັບການຟື້ນຟູ ແຕ່ຍັງບໍ່ທັນບັນດາຄວາມຄືບຫນ້າຄື ຝ່າຍຕວກກີ. ສຳລັບ ອັງກິດ, ລັດເຊຍ ພວມຟື້ນຟູການພົວພັນກັບບັນດາປະເທດນີ້ ແຕ່ຈະບໍ່ຈັດວາງບໍ່ວ່າສິ່ງໃດ.